ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 18:19:44    
ສຸສານທ້າຍ​ຮ້າວ​ເລີ່ມ​ຮ້ອງ​ຂໍ​ເປັນ​ມໍລະ​ດົກ​ວັດ​ທະ​ນະ​ທຳ​ໂລກ

cri Author: MO
ຕາມ​ຂ່າວCRI: ການ​ເຄື່ອນ​ໄຫວສຸສານ​ທ້າຍ​ຮ້າວ​ເຊິ່ງ​ເປັນ​ສຸສານ​ຝູຊີ ບັນພະຊົນປະຊາຊາດ​ຈີນ​ຮ້ອງ​ຂໍ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ​ໄດ້​ເລີ່​ມດຳ​ເນີນ​ໃນຫວ່າງ​ມໍ່ໆ​ນີ້, ອົງການ​ປົກຄອງ​ເມືອງ​ຫວາຍ​ຢາງ​ແຂວງ​ເຫີ​ນານ​ຈີນ​ໄດ້​ຍື່ນບົດ​ລາຍ​ງານ​ຮ້ອງ​ຂໍ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ​ໃຫ້ຄະນະ​ກຳມະການ​​ແຫ່ງ​ຊາດ​ຂອງ​ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ຂອງ​ຈີນ.

ສຸສານ​ທ້າຍ​ຮ້າວ​ຕັ້ງຢູ່​ເມືອງ​ຫວາຍ​ຢາງ​ແຂວງ​ເຫີ​ນານ ພາກ​ກາງຂອງ​ຈີນ, ມີ​ເນື້ອ​ທີ່ 58 ​ເຮັກຕາ, ສ້າງຂຶ້ນກ່ອນ​ຄ.ສ.ສະຕະວັດ​ທີ 6, ສະຕະວັດ​ທີ 14 ​ໄດ້​ສ້າງ​ຂະ​ຫຍາ​ຍ, ມີ​ຫໍ​ວັງ ສາລາ ​ແລະ​ສວນ​ດອກ​ໄມ້, ປັດຈຸບັນ​ໄດ້​ກາຍ​ເປັນ​​ແດນ​ສັກສິດ​ສຳລັບ​ຄົນຈີນ​ໄປ​ບູຊາ​ແລະ​ຂໍ​ພອນ. ປີ 1996, ລັດຖະບານ​ຈີນ​​ໄດ້ປະກາດ​ສຸ​ສາຍ​ທ້າຍ​ຮ້າວ​​ເປັນ​ຫົວໜ່ວຍ​ຈຸດ​ໜັກອະນຸລັກ​ວັດຖຸບູຮານ​ລະດັບ​ຊາດ​, ປີ​ນີ້, ຖືກກະຊວງ​ວັດທະນະທຳ​ຈີນ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ຈີນ​ງວດ​ທຳ​ອິດ.