ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 18:49:42    
ປະ​ມຸກ​ລັດ​ຈີນ​ກັບ​ອາຟ​ກາ​ນີ​ສະ​ຖານ​ຈັດ​ການ​ເຈ​ລະ​ຈາ​ຢູ່​ທີ່​ປັກ​ກິ່ງ

cri

ຕາມ​ຂ່າວcri:ວັນ​ທີ19​ມິຖຸນາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຈັດການ​ເຈລະຈາ​ກັບ​ທ່ານ ຮາ​ມິດ.ຄາ​ຊາຍ ປະທານາທິບໍດີ​ອາຟກາ​ນີສະຖານ​ທີ່​ມາ​ຢາມ,ສອງ​ຝ່າຍ​ໄດ້ລົງ​ເລິກ​ແລກປ່ຽນ​ຄວາມ​ຄິດ​ຄວາ​ມ​ເຫັນກ່ຽວ​ກັບການ​ຂະ​ຫຍາ​ຍການ​ພົວພັນ​ສອງ​ຕໍ່​ສອງ​ຕື່ມ​ອີກແລະ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈນຳ​ກັນ..

ກ່ອນ​ຈັດການ​ເຈລະຈາ​,ທ່ານ​ຫູ​ຈິນທາວ​ໄດ້​ຈັດ​ພິທີ​ຕ້ອນຮັບ​ຢ່າງ​​ໃຫຍ່​ໂຕ​ມະ​ໂຫລານ​​ເພື່ອ​ເປັນກ​ຽດ​​ແກ່​ທ່ານ​ຄາ​ຊາຍ.

ໃນ​ເວລາ​ເຈລະຈາ​,ທ່ານ​ຫູ​ຈິນທາວ​ເວົ້າ​ວ່າ,ປັດຈຸບັນ,ການ​ພົວພັນ​ລະກວ່າ​ງຈີນ​ກັບ​ອາ​ຟກາ​ນີສະຖານ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະຂະ​ຫຍາຍຕົວ​ໃໝ່,ການຢ້ຽມ​ຢາມຂອງ​ປະທາ​ນາ​ທິບໍດີຄາ​ຊາຍ​ເທື່ອ​ນີ້​ຈະ​ຊ່ອຍ​ເຫືຼອ​ເພິ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ ​ກັນແລະ​ມິດຕະ​ພາບ,ຊຸກ​ຍູ້​ການ​ພົວພັນ​ໄມ​ຕິ​ຈິດຮ່ວມ​ມື​​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ກັບ​ອາ​ຟກາ​ນີສະຖານ​ຂະ​ຫຍາ​ຍລົງ​ສູ່​ລວງ​​ເລິກ​ຢ່າງຮອບ​ດ້ານ.ທ່ານ​ຄາ​ຊາຍ​ກ່າວ​ວ່າ,ປະຈຸ​ບັນ, ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນອາ​ຟກາ​ນີສະຖານ​​ແລະຈີນ​ໄດ້​ລົງ​ສູ່​ລວງ​ເລິກ,ການ​ພົວພັນ​ໄມ​ຕິ​ຈິດ​ເພິ່ມທະວີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.ອາ​ຟກາ​ນີສະຖານຂອບ​ໃຈ​ຈີນ​ທີ່​ຊ່ອຍ​ເຫຼືອ​ອາ​ຟກາ​ນີສະຖານ​​ເປັນ​ເວລາ​ຍາວນານ.