ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 19:51:40    
ທ່ານ​ມາ​ອິງ​ຈີວພາ​​ເຈົ້າ​ເມືອງສັງ​ກັດ​ພັກ​ກົກ​ມິນ​ຕັງ​ຈີນ​ອອກ​ຖະ​ແຫຼ​ງການ​ວ່າ,ການ​ປົດ​ທ່ານ​ເສີນ​ສຸຍ​ປຽນ​ແມ່ນ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ປວງ​ຊົນ​ໄຕ້​ຫວັນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19ມິຖຸນາ,ທ່ານ​ມາ​ອິງ​ຈີວ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ພ້ອມ​ກັບ​ເຈົ້າ​ເມືອງສັງກັດ​ພັກ​ກົກ​ມິນ​ຕັງ​ລວມ14ຄົນ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ວ່າ"ສ່ອງ​ແສງສຽງ​​ໃນໃຈຂອງ​ຮາກຖານ,ສະໜັບສະໜູນ​ຍັດຕິ​ປົດ​ຕຳ​ແໜ່​ງ",ກ່າວ​ວ່າການ​ປົດ​ຕຳ​ແໜ່​ງຂອງທ່ານ​ເສີນ​ສຸຍ​ປຽນ ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ບໍ່​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ພັກ​​ໃດພັກ​ໜຶ່ງ,ຫາກ​ແມ່ນ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ປວງ​ຊົນ​ໄຕ້​ຫວັນ.

ທ່ານ​ມາ​ອິງ​ຈີວ​ເວົ້າວ່າ,ຈຳນວນ​ຄົນ​ທີ່​ຮ່ວມ​ລົງ​ນາມ​ປົດຕຳ​ແໜ່​ງຂອງທ່ານ​ເສີນ​ສຸຍ​ປຽນ​ໄດ້​ລື່ນ​ກາຍ 7 ​ແສນ​ຄົນ,ຄາດ​ວ່າ​ຈະ​ລື່ນກາຍ​ລ້ານ​ຄົນ.ທີ່​ຈິງ​ແລ້ວ ການ​ປົດຕຳ​ແໜ່​ງບໍ່​ຕ້ອງການ​ການ​ຮ່ວມ​ລົງ​ນາມ,ການ​ເຄື່ອນ​ໄຫວຮ່ວມ​ລົງ​ນາມພຽງ​ແຕ່​ແມ່ນ​ເພື່ອສ່ອງ​ແສງ​ໃຫ້​ເຫັນ​ຄວາມບໍ່ພໍ​ໃຈ​ຂອງ​ປວງ​ຊົນຮາກຖານ​ທີ່​ມີຕໍ່​ທ່ານ​ເສີນ​ສຸຍ​ປຽນ.

ຄອບຄົວ​ແລະຜູ້​ໃກ້ຊິດ​ຂອງ​ທ່ານ​ເສີນ​ສຸຍ​ປຽນ ຜູ້ນຳ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ກ່ຽວ​ພັນກັບ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ຕ່າງໆ​ໄດ້​ພາ​ໃຫ້​ປວງ​ຊົນ​ຄຽດ​ແຄ້ນ​ທີ່​ສຸດ.​ໃນ​ຫຼາຍ​ມື້​ມາ​ນີ້,ຫາງ​ສຽງ​ໃນ​​ເກາະ​ໄຕ້​ຫວັນ​ນອກຈາກ​ຕິຕຽນ​ທ່ານ​ເສີນ​ສຸຍ​ປຽນ​ບໍ່​ມີ​ຄຸນສົມບັດ​ແລະ​ໄຮ້​ຄວາມ​ສາມາດ​ຢ່າງ​ຮຸນ​ແຮງ​ແລ້ວ,ສຽງຮຽກ​ຮ້ອງ​ໃຫ້​​ເພິ່ນລາ​ອອກ​ຈາກ​ຕຳ​​ແໜ່​ງກໍ​ນັບ​ມື້​ນັບ​ແຮງ​ຂຶ້ນ.