ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-20 16:51:09    
ເຮືອ​ວັດ​ທະ​ນະ​ທຳ​ປັກ​ກິ່ງ​ກວາງ​ຊີ​ປີ 2006 ອັດ​ລົງ​ຢ່າງ​ໄດ້​ຮັບ​ຜົນ​ງົດ​ງາມ

cri Author: min
ໜັງສືພິມ​​ເປີ​ຍຈິ່ງ​ວານ​ປ້າວ​ລາຍ​ງານ​ວ່າ: ວັນ​ທີ 19 ມິຖຸນາ, ຢູ່​ປັກ​ກິ່ງ​ໄດ້​ສະ​ແດງ​ລະ​ຄອນ​ຮ້ອງ​ແລະ​ຟ້ອນ​ຂະໜາດ​ໃຫຍ່​ເລື່ອງ "ຫຼິວຊານ​ເຈ" ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ເປັນ​ຈຸດ​ຈົບ​ອັນ​ດີງາມໃຫ້​ແກ່​ການ​ເຄື່ອນ​ໄຫວ "​ເຮືອ​ວັດທະ​ນະທຳ​ປັກ​ກິ່ງ​ກວາ​ງຊີ​ປີ 2006".

ລະຄອນ​ຟ້ອນ​​ແລະ​ຮ້ອງ​ດັ່ງກ່າວ​ແມ່ນ​ຮຽບຮຽງ​ໃຫມ່​ຈາກ​ລະຄອນ​ທ້ອງ​ຖິ່ນ​ເລື່ອງ "ຫຼິວ​ຊານ​ເຈ" ລະຄອນ​ທ້ອງ​ຖິ່ນ​ກວາງຊີ​ທີ່​ນິຍົມ​ກັນ​ຫຼາຍ​ຢູ່​ຈີນ​ເມື່ອ 50 ປີ​ກ່ອນ, ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ຮີດ​ຄອງ​ປະ​ເພນີອັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຈ້ວງ​ເຂດ​ກວາງຊີ, ​ໄດ້​ສ່ອງ​ແສງ​ນ້ຳ​ໃຈ "ຮ້ອງ​ເພງ​ເພື່ອ​​ເສລີພາບ, ຮ້ອງ​ເພງ​ເພື່ອ​ຄວາມ​ຮັກ" ຂອງ​ນາງ​ຫຼິວ​ຊານ​ເຈ ​ເທບ​ທິດາ​ເພງ​ເຜົ່າ​ຈ້ວງ​ທີ່​ເລົ່າ​ລື​ກັນ​ມາ.

​ເຮືອ​ວັດທະນະທຳ​ກວາງຊີ ທີ່ຈັດ​ຂຶ້ນ​ເປັນ​ເວລາ 11 ມື້​ນັ້ນ​, ລວມມີ​ການ​ສະ​ແດງ​ສິລະ​ປະ​ເວທີ​ອັນ​ດີ​ເດັ່ນ 4 ຊຸດ, ​ເຊັ່ນ​: ລະຄອນ​ "ປ່າ​ກຸ້ຍ​ຕ້າ​ເກີ່" ​ເປັນ​ຕົ້ນ, ຍັງ​ມີການ​ວາງ​ສະ​ແດງ​ສິລະ​ປະວິຈິດ​ຕະກຳ​ກວາງຊີ​ແລະ​ການ​ວາງ​ສະ​ແດງ​ເຄື່ອງ​ປັ້ນດິນ​ເຜົາສີ​ແດງ, ງານ​ວາງ​ສະ​ແດງ​ໝາກ​ຜົນ​ຂອງ​ງານ​ເອັກສ໌ໂປ​ຈີນ​ອາຊຽນ​ແລະ​ການ​ເຄື່ອນ​ໄຫວ​ອື່ນໆ, ​ໄດ້​ສ່ອງ​ແສງ​ສິ​ລະ​ປະ​ວັດ​ທະນະ​ທຳ​ຂອງ​ເຂດ​ກວາງຊີ​ຈາກ​ດ້ານ​ຕ່າງໆ.