ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-20 17:32:33    
ວິ​ສາ​ຫະກິດ​ສູນ​ກາງ​ຈີນ​ເພີ່ມ​ທະວີ​ການ​ຄຸ້ມຄອງ​ຄວາມ​ສ່ຽງ​​ຕື່ມ​ອີກ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ມິຖຸນາ, ຄະນະ​ກຳມະການ​ຕິດຕາມ​ກວດກາ​ແລະ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຂອງ​ຈີນ​ໄດ້​ປະກາດ​ເອກະສານ​ຊີ້​ນຳ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຂອງ​ວິ​ສາ​ຫະກິດ​ສູນ​ກາງ​ຢ່າງຮອບດ້ານ, ຮຽກຮ້ອງ​ວິ​ສາ​ຫະກິດ​ທີ່​ມີ​ເງື່ອນ​ໄຂ​ສ້າງ​ຕັ້ງຄະນະ​ກຳມະການ​ຄຸ້ມ​ຄອງ​ຄວາມ​ສ່ຽງໃນ​ຄະນະ​ອຳນວຍ​ການ, ຜູ່​ຈັດການ​ໃຫຍ່​ຂອງ​ວິ​ສາ​ຫະກິດ​ຮັບຜິດຊອບ​ຕໍ່​ຄະນະ​ອຳ ນວຍ​ການ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ສ່ຽງ.

ວິສຫາະກິດ​ສູນ​ກາງຫມາຍ​ເຖິງວິ​ສາ​ຫະກິດ​ທີ່​ມີ​ຄະນະ​ກຳມະການ​ຕິດ ຕາມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ປະຕິບັດ​ຫນ້າ​ທີ່​ຮັບຜິດຊອບ​ຂອງ​ຜູ່​ອອກທຶນ, ລ້ວນ​ແຕ່​ແມ່ນລັດ​ວິ​ສາ​ຫະກິດ​ຂະຫນາດ​ໃຫຍ່.
ຕາມ​ແນະນຳ​ວ່າ, ​ເອກະສານຊີ້​ນຳ​ດັ່ງກ່າວ​ໄດ້​ຖອດ​ຖອນ​ເອົາ​ກົດບັນຍັດ ​ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຂອງ​ວິ​ສາ​ຫະກິດທີ່​ກ່ຽວຂ້ອງ​ຂອງ​ປະ​ເທດ​ພັດທະນາແລະ​ວິທີ​ທີ່​ໃຊ້​ທົ່ວ​ໄປ​ໃນ​ດ້ານ​ຄຸ້ມ​ຄອງ​ຄວາມ​ສ່ຽງຂອງ​ບໍລິສັດ​ໃຫຍ່ ທີ່​ກ້າວຫນ້າ​ຂອງ​ຕ່າງປະ​ເທດ​,​ແລະ​ຂໍ້​ກຳນົດ​ຢູ່​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ການ​ກໍ່ສ້າງ​ກົນ​ໄກ​ຄວບຄຸມ​ພາຍ​ໃນ,ມີ​ຜົນ​ດີຕໍ່ການ​ໃຫ້​ວິ​ສາ​ຫະກິດ​ສູນ​ກາງ​ສ້າງ​ແລະ​ບູລະນະ​ກົນ​ໄກ​ຄຸ້ມຄອງ​ຄວາມສ່ຽງທີ່​ມີ​ຜົນຍາວ​ນານ,ຊຸກ​ຍູ້​​ໃຫ້ວິ​ສາ​ຫະກິດ​ຂະຫຍາຍຕົວ​ຢ່າງຫນັກ​ແຫນ້ນ, ປ້ອງ​ກັນ​ບໍ່​ໃຫ້​ຊັບ​ສິນ​ແຫ່ງ​ລັດ​ຫົ່ວ​ໄຫລ,ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຜູ່​ລົງທຶນ.