ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-20 18:38:12    
"ກົດ​ຂໍ້​ກຳນົດ​ປົກ​ປ້ອງ​ສິດ​​ເຜີຍ​ແຜ່​ຕາມ​ເຄືອ​ຂ່າວ​ຂໍ້​ມູນ​ຂ່າວ​ສານ​"ຈະ​ປະ​ຕິ​ບັດ

cri Author: MO
ຕາມຂ່າວຈາກໜັງສືພິມ"ຈົ່ງໂກເວີນຮວ້າປ້າວ": "ກົດ​ຂໍ້​ກຳນົດ​ປົກ​ປ່ອງ​ສິດ​​ເຜີຍແຜ່​ຕາມ​ເຄືອ​ຂ່າຍຂໍ້​ມູນ​ຂ່າວສານ"ທີ່ຄະນະລັດຖະບານ​ຈີນລົງນາມ​ນັ້ນຈະ​ປະຕິບັດ​ແຕ່​ວັນ​ທີ 1 ກໍລະກົດ​ເປັນຕົ້ນ​ໄປ, ການ​ປະຕິບັດ​ກົດ​ຂໍ້​ກຳນົດ​ດັ່ງກ່າວ​ຈະ​ມີ​ບົດບາດ​ສຳຄັນ​ຕໍ່​ການ​ສະກັດ​ກັ້ນບັນຫາ​ລ່ວງ​ລະ​ເມີດ​ສິດ​ທາງອິນ​ເຕີ​ເນັດ.

ກົດ​ຂໍ້​ກຳນົດ​ດັ່ງກ່າວ​ໄດ້​ອີງຕາມ​ຈຸ​ດພິ​ເສດ​ຂອງ​ສິດ​ເຜີຍ​ແຜ່ຕາມ​ເຄືອ​ຂ່າຍຂໍ້​ມູນ​ຂ່າວສານ​ໄດ້ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ການ​ປົກ​ປ້ອງ​ສິດ​ຂອງ​ຜູ້​ຖື​ສິດ, ​​ເຊິ່ງກໍ​ຄື: ​ການສະ​ສະໜອງບົດ​ປະພັນ​ຂອງ​ຜູ້​ຖື​ສິດ​ຕໍ່ສາທາລະນະ​ຊົນ​​ໂດຍ​ຜ່ານ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານ, ຕ້ອງ​ໄດ້​ຮັບອະນຸຍາດ​ຈາກ​ຜູ້​ຖື​ສິດ, ​ທັງ​ຈ່າຍ​ຄ່າ​ຕອບ​ແທນ​. ນອກ​ນີ້, ກົດ​ຂໍ້​ກຳນົດ​ໄດ້​ຖອດ​ຖອນ​​ເອົາວິທີ​​ທົ່ວ​ໄປ​ຂອງ​ສາກົນ, ​ໄດ້​ສ້າງ​ລະບຽບ​ການ​ກະທັດ​ຮັດ​ຄື​"​​ແຈ້ງກັບ​ການລຶບ" ​ໃນ​ການຊຳລະ​ການວິວາດ​ທີ່ລະ​ເມີດ​ສິດ, ​ເຮັດ​ໃຫ້​ຜູ້​ຖື​ສິດ​ສາມາດ​ປົກ​ປ້ອງ​ສິດ​ຂອງ​ຕົນ​ກວ້າງຂວາງ​ແລະຢ່າງ​ບັງ​ເກີດ​ຜົນ​ກວ່າ​ເກົ່າ.

ຂໍ້​ກຳນົດ​ດັ່ງ​ກ່າວ​ຍັງ​ໄດ້​ເອົາ​ໃຈ​ໃສ່​​​ເປັນ​ພິ​ເສດເຮັດ​​ໃຫ້​ສິດ​ປະ​ໂຫຍ​ດລະຫວ່າງ​ຜູ້​ຖື​ສິດ ຜູ້​ສະ​ໜອງ​ການ​ບໍລິການ​ເທິງ​ເນັດ ​ແລະ​ຜູ້​ໃຊ້​ບົດ​ປະພັນ​​ໃຫ້​ດຸນ​ດຽງ​ກັນ, ສະ​ແຫວ​ງຫາ​ກົນ​ໄກ​ຊຳລະ​ການ​ວິວາດ​ກັນ​ທີ່​ງ່າຍດາຍ​ແລະ​ປະຢັດ, ​ໂຈມ​ຕີ​ການ​ລ່ວງ​ລະ​ເມີດ​ສິດທາງ​ອິນ​ເຕີ​ເນັດ​ຢ່າງ​ກວ້າງຂວາງ​ແລະ​ບັງ​ເກີດ​ຜົນກວ່າ​ເກົ່າ.