ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-20 20:12:29    
ປະ​ມຸກ​ລັດ​ຈີນ​ແລະ​ອາຟ​ກາ​ນີ​ສະ​ຖານ​ຈັດ​ການ​ເຈ​ລະ​ຈາ​ຢູ່​ທີ່​ປັກ​ກິ່ງ

cri

ຕາມ​ຂ່າວCRI:ວັນ​ທີ19​ມິຖຸນາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບທ່ານຄາ​ຊາຍ ປະທານາທິບໍດີ​ອາ​ຟກາ​ນີສະຖານທີ່ມາ​ຢາມ,ສອງ​ຝ່າຍ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນອັນ​ສຳຄັນຕໍ່ການ​ເປີດ​ກວ້າງ​ແລະ​ເພິ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,​​ການສ້າ​ງສາ​ແລະຂະຫຍາຍ​ການ​ພົວພັນຄູ່​ຂາ​ຮອບດ້ານ​ລະ​ຫວ່າງ​ຈີນ​ກັບ​ອາ​ຟກາ​ນີສະຖານ,​ແລະ​ໄດ້​ລົງ​ນາມ​ໃນ"ສົນທິສັນຍາການ​ຮ່ວມ​ມື​ດ້ວຍ​ໄມ​ຕິ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງຈີນ​-ອາ​ຟກາ​ນີສະຖານ".

ທ່ານ​ຫູ​ຈິນທາວ​ກ່າວ​ລື້​ມວ່າ,ຝ່າ​ຍຈີນ​ເຄົາລົບ​ລະບອບ​ສັງຄົມ​ແລະ​ເສັ້ນທາງ​ພັດທະນາ​ທີ່ປະຊາຊົນ​ອາ​ຟກາ​ນີສະຖານ​ເລືອກ​​​ເອົາເອງ,ສະໜັບສະໜູນ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ຂະ​ບວນການ​ສ້າງສາ​ຄືນ​ໃໝ່​ຂອງ​ອາ​ຟກາ​ນີສະຖານ.ທ່ານ​ສະ​ເໜີ​​ໃຫ້ສອງ​ຝ່າຍ​ເພິ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຈຸດ​ໜັກ​ເຊັ່ນ,ຄົມ​ທະນາ​ຄົມ,ພະລັງ​ໄຟຟ້າ,ຂູດຄົ້ນ​ບໍ່ແຮ່​ແລະ​ໂທລະ​ຄົມ​ເປັນ​ຕົ້ນ,​ເພິ່ມທະ​ວີການ​ຮ່ວມ​ມື​ດ້ານ​ວຽກ​ງານ​ຄວາມ​ປ​ອດ​ໄພ​ແລະຕຳຫຼວດ​​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພທີ່​ບໍ່​ແມ່ນ​ດັ້ງ​ເດີມ ​ເຊັ່ນ,ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ເປັນ​ຕົ້ນ,ພ້ອມ​ກັນ​ໂຈ​ມຕີອິດ​ທິກຳລັງ3​ແງ່ ​ຄື,​ລັດທິ​ການ​ກໍ່​ການ​ຮ້າຍ,ລັດທິ​ແບ່ງ​ແຍກ​ແລະ​ລັດທິ​ຫົວຈັດ​​ແລະ​ອາ​ຊະ​ຍາ​ກຳຂ້າມ​ຊາດ.

ທ່ານ​ຄາ​ຊາຍ​ກ່າວ​ວ່າ,ລັດຖະບານ​ອາ​ຟກາ​ນີສະຖານ​ຈະ​ສື​ບຕໍ່ຍຶດໝັ້ນ​ສະໜັບສະ​ໜູນ​ແລະ​ເຄົາລົບ​ນະ​ໂຍບາຍ​ຈີນ​ດຽວ​,ສຸມ​ກຳລັງ​​ເຂົ້າ​ໃນ​ການ​ສະໜັບສະໜູນ​ການຂະຫຍາຍ​ຕົວຮອບດ້ານ​ຂອງ​ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມ​ຕິ​ຈິດ​ລະຫວ່າງອາ​ຟກາ​ນີສະຖານ​ກັບ​ຈີນ,​ແລະ​ຍິນ​ດີກາ​ຍ​ເປັນ​ຂົວຕໍ່​ສຳ​ລັບຈີນ​​ກັບປະ​ເທດ​ອາຊີ​ກາງ​ດຳ​ເນີນ​ການ​ຮ່ວມ​ມືກັນ​.