ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-20 20:23:21    
ຝ່າຍ​ຈີນ​ຫວັງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ເຮັດ​ວຽກ​ທີ່​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ນັ້ນ​ໃຫ້​ຫຼາຍ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ20​ມິຖຸນາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງເຮັດ​ວຽກ​ທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ນັ້ນ​ໃຫ້ຫຼາຍ.

ໃນ​ເວລາ​ຕອບ​ຄຳຖາມຂອງ​ນັກ​ຂ່າວ​ກ່ຽວ​ກັບສ.ປ.ປ.​ເກົາຫຼີ​ອາດ​ຈະ​ທົດ​ລອງ​ຍິງລູກ​ສອນ​ໄຟ​ນຳ​ວິຖີ​,ທ່ານ​ນາງ​ຈ່ຽງຢູ​ເວົ້າ​ວ່າ,ຝ່າຍ​ຈີນ​ໄດ້​ເອົາ​ໃຈ​ໃສ່ນຳ​ບົດ​ແຈ້ງ​ຂ່າວ​ກ່ຽວ​ກັບສ.ປ.ປ.​ເກົາຫຼີ​ອາດ​ຈະ​ທົດ​ລອງ​ຍິງລູກ​ສອນ​ໄຟ​ນຳ​ວິຖີ​ແລ້ວ,ຝ່າຍ​ຈີນ​ບໍ່​ຮູ້​ສະພາບ​ລະອຽດ​ທີ່​ກ່ຽວຂ້ອງ.ພາຍ​ໃຕ້​ສະຖາ​ນະ​ການ​ໃນປັດຈຸບັນ,ຝ່າຍ​ຈີນ​ຫວັງ​​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງຈົ່ງ​ເຮັດ​ວຽກ​ທີ່​ມີ​ຜົນ​ດີຕໍ່​ການ​ຜ່ອນ​ຄາຍ​ສະຖານະ​ການ,ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບນັ້ນ​ໃຫ້ຫຼາຍ.