ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 20:41:27    
ຂົວ​ຂ້າມ​ແມ່​ນ້ຳ​ຫົງ​ເຫີ​ຈີນ​ຫວຽດ​ນາມ​ໄດ້​ລົງ​ມື​ສ້າງ​ຢ່າງ​ເປັນ​ທາງ​ການ

cri Author: mo
ຕາມ​ຂ່າວ​ຈາກ​ກະຊວງ​ການ​ຄ້າ​ຈີນ: ຂົວ​ຂ້າມ​ແມ່​ນ້ຳ​ຫົງ​ເຫີ ​ເຊິ່ງ​ເປັນ​ແມ່​ນ້ຳ​ຊາຍ​ແດນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໄດ້​ລົງມື​ສ້າງ​​ໃນ​ຫວ່າງ​ມໍ່ໆ​ນີ້, ກະ​ວ່າ​ຈະ​ໃຊ້​ເວລາ​ກໍ່ສ້າງ 18 ​ເດືອນ, ​ຈະ​ສ້າງ​ສຳ​ເລັດ​ແລະ​ແລ່ນ​ລົດ​ໄດ້​ໃນ​ເດືອນ​ທັນວາ​ປີ 2007. ຂົວ​ດັ່ງກ່າວ​ໄດ້​ເຊື່​ອມຕໍ່ເຂດ​ການ​ຄ້າ​​ເປ​ຊ່ານ​ຂອງ​ແຂວງ​ຢຸນນານກັບ​ເຂດ​ກາ​ນຄ້າ​ຈິນ​ເສີງ​ຂອງ​​ເລົາ​ກາຍ​, ​ແມ່ນ​ຂົວ​ແຫ່ງ​ທີ​ສາມ​ທີ່​​ເຊື່ອມຕໍ່​ແຂວງ​ຢຸນນານ​ກັບ​ແຂວງ​​ເລົາກາຍ, ​ແລະ​ກໍ​ແມ່ນ​ຂົວ​ໃຫຍ່​ກວ່າ​ໝູ່​ໃນ​ປັດຈຸບັນ. ພາຍຫຼັງສ້າງ​ສຳ​ເລັດ​ແລ້ວ, ຈະ​ມີ​ບົດບາດ​ຊຸກ​ຍູ້​ອັນຕັ້ງໜ້າ​ຕໍ່​ການ​ແລກປ່ຽນ​ເສດຖະກິດ​ແລະ​ວັດທະນະທຳ​ລະຫວ່າງ​ແຂວງ​ຢຸນນານ​ກັບ​ແຂວງ​​ເລົາ​ກາຍ ຕະຫຼອດຮອດ​ລະຫວ່າງ​​ຈີນ​ຫວຽດນາມ.