ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 18:21:41    
ຝ່າຍ​ຈີນ​ຫວັງ​​ໃຫ້​ອີ​ຣານ​ຈົ່ງ​ມີ​ການ​ຕອບ​ກ່ຽວ​ກັບ​ແຜນ​ການ​ພວງ​ດຽວ​ໃໝ່​ທີ່​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ​ໂດຍ​ໄວ

cri

ຕາມ​ຂ່າວcri:ວັນ​ທີ22​ມິຖຸນາ​,​ໃນ​ງານ​ຊຸມ​ນຸມນັກ​ຂ່າວຄັ້ງ​ສາມັນ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງຢູ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ຝ່າຍ​ຈີນຫວັງ​​ໃຫ້​ອີຣານຈົ່ງມີ​ການຕອບ​ຢ່າງຕັ້ງໜ້າ​ກ່ຽວ​ກັບບັນຫາ​ຟື້ນ​ຟູ​ການ​ເຈລະຈາ​ນີວ​ເຄຼຍອີຣານ​ນັ້ນໂດຍ​​ໄວ.

ຫວ່າງ​ມໍ່ໆ​ນີ້,ປະທານາ​ທິບໍດີ​ອີຣານ​ກ່າວ​ວ່າ,ອີຣານຈະ​ຕອບ​ແຜນ​ການ​ພວງ​ດຽວ​ໃໝ່​ກ່ຽວ​ກັບ​ການແກ້​ໄຂ​ບັນຫາ​ນີວ​ເຄຼຍອີ​ຣານທີ່5ປະ​ເທດ​ມົນຕີ​ຖາ​ວອນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາຊາດ​ແລະ​​​ເຢຍລະ​ມັນວາງ​ອອກ​ນັ້ນຢ່າງ​ເປັນ​ທາງ​ການ​ກ່ອນ​ວັນ​ທີ22​ສິງ​ຫາ.ອາ​ເມ​ລິ​ກາ​ແລະ​ສະຫະພາບ​ເອີ​ລົບ​ເຫັນ​ວ່າ,ການ​ຕອບ​ດັ່ງກ່າວ​​ເວລາຊ້າ​ໂພດ,ຝ່າຍ​ອີຣານພວມ​ໜ່ວງໜ່ຽວ​ເວລາ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,ທ່າ​ນນາງ​ຈ່ຽງຢູ​ເວົ້າ​ວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ການ​ຟື້ນ​ຟູ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍອີຣານ​ໂດ​ຍ​ໄວນັ້ນ​ແມ່ນ​ຄວາມ​ປາຖະ​ໜາ​ທົ່ວ​ໄປ​ຂອງ​ປະຊາ​ຄົມ​ໂລກ,ກໍ່​ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດຮ່ວມ​​ຂອງ​ບັນດາ​ຝ່າຍ​ເຊິ່ງ​ລວມທັງ​ຝ່າຍ​ອີຣານ.