ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 18:26:08    
ທ່ານ​ຊຸ່ນ​ປີ້​ການ ທູດ​ພິ​ເສດ​ຈີນ​ກ່ຽວ​ກັບ​ຕາ​ເວັນ​ອອກ​ກາງ​ຈະ​ຢ້ຽມ​ຢາມ​4​ປະ​ເທດ​ຕາ​ເວັນ​ອອກ​ກາງ

cri

ຕາມ​ຂ່າວcri:ວັນ​ທີ22​ມິຖຸນາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ,ທ່ານ​ຊຸ່ນປີ້​ການ ທູດ​ພິ​ເສດ​ຈີນ​ກ່ຽວ​ກັບ​ຕາ​ເວັນ​ອອກ​ກາງ​ຈະ​ຢ້ຽມຢາມ​ເອອິບ,ຊອກ​ດາ​ນີ,ອິສຣາ​ແອນ​ແລະ​ປາ​ເລັສຕິນ​ແຕ່​ວັນ​ທີ25​ມິຖຸນາ​ຫາ​ວັນ​ທີ2​ກໍລະ​ກົດ,​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກັບບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ສະຖານະ​ການ​ຕາ​ເວັນ​ອອກ​ກາງ​ໃນ​ປັດຈຸບັນ.

ທ່ານ​ນາງ​ຈ່ຽງຢູຍັງ​ກ່າວ​ລື້​ມຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ຕາ​ເວັນ​ອອກ​ກາງ.ນາງ​ເວົ້າ​ວ່າ,ຝ່າຍ​ຈີນ​ສະໜັບ​ສະໜູນຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ແລະ​ແຜນການ​ສັນຕິພາບ,ມີ​ເຈດ​ຈຳນົງ​ໃຫ້​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ​ໂດຍ​ຜ່ານ​ການ​ເຈລະຈາ​ການ​ເມືອງ​ບົນ​ພື້ນຖານ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ແລະຫຼັກ​ການ​ເອົາ​ດິນ​ແດນ​ແລກ​ສັນຕິ​ພາບ.ຝ່າຍ​ຈີນ​ກໍ່​ຫວັງ​ວ່າ​ລັດຖະບານ​ຊຸດ​​ໃໝ່​ຂອງ​ປາ​ເລັສຕິນ​ແລະ​ອິສຣາ​ແອນຄົງ​ຈະ​ໃຊ້​ທ່າ​ທີ​ອັນ​ຕັ້ງໜ້າ​ກວ່າ​ເກົ່າ,ສ້າງສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ,​ແກ້​ໄຂການ​ວິວາດ​ການ​ລະຫວ່າງ​ສອງ​ປະ​ເທດໂດຍ​ຜ່ານການ​ເຈລະຈາ.