ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 15:13:04    
ກະ​ຊວງ​ກະ​ສິ​ກຳ​ຈີນ​ຊ່ອຍ​ແຂວງ​ຊ່ານ​ຊີ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ​ໃນ​ວັນ​ທີ 22 ມິ​ຖຸ​ນາ: ຫວ່າງ​ມໍ່ໆ​ນີ້ ທ່ານ​ອີນ​ເສິງ​ເຈ ຮອງ​ລັດ​ຖະ​ມົນ​ຕີ​ກະຊວງ​ກະ​ສິ​ກຳ​ຈີນ​ແລະ​ທ່ານ​ເຈ່ຍອິ້ວ​ຫລິງ ຫົວ​ຫນ້າ​ສັດ​ຕະ​ວະ​ແພດ​​ຂອງ​ຈີນ​ໄດ້​ນຳ​ພາ​ຫນ່ວຍ​ຕິດຕາມ​ກວດ​ກາ​ແລະ​ຫນ່ວຍ​ຊ່ຽວ​ຊານ​ໄປ​ເຂດ​ເກີດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ເມືອງ​ຊາງ​ຈື​ແຂວງ​ຊ່ານ​ຊີ,ຊ່ອຍ​ທ້ອງ​ຖີ່ນ​ນີ້​ປ້ອງ​ກັນ​ແລ​ະຄວບ​ຄຸມ​ບໍ່​ໃຫ້​​ໄຂ້​ຫວັດ​ສັດ​ປີກ​ແຜ່​ລາມ.

​​ໃນ​ຫລາຍ​ມື້​ມາ​ນີ້,ຢູ່​ຟາ​ມລ້ຽງ​​ໄກ່​ບາງ​ແຫ່ງ​​ໃນ​ເມືອງ​ຊາງ​ຈື​ແຂວງ​ຊ່ານ​ຊີ ພາກ​ເຫນືອ​ຂອງ​ຈີນ​ໄດ້​ປະ​ກົດ​ມີ​ໄກ່​ຕາຍ,​ເມື່ອ​ໄດ້​ເອົາ​ຕົວ​ຢ່າງ​ໄປ​ກວດ​ຢູ່​ຫ້ອງ​ທົດ​ລອງ​ກວດ​ກາ​ໄຂ້​ຫວັດ​ສັດ​ປີກ​ແລ້ວ​,​ໄດ້​ກວດ​ເຫັນ​ເຊື້ອ​ໄວຣັສ​ໄຂ້​ຫວັດ​ສັດ ​ປີກ​ປະ​ເພດ H5N1 ທີ່​ຮ້າຍ​ແຮງ.

ຫນ່ວຍ​ຊ່ຽວ​ຊານ​ໄດ້​ຊ່ອຍ​ຂດ​ເກີດ​ພະ​ຍາດ​ຊຳ​ລະ​ສະ​ສາງ​ທຳ​ການ​ສຳ​ຫລວດ​ທາງ​ດ້ານ​ໂລກ​ລະ​ບາດ​​ແລະ​ບັງ​ຄັບ​ຊັກ​ວັກ​ແຊງ​,​ທັງ​ໄດ້​ສັບ​ຊ້ອນ​ເອົາ​ວັກ​ແຊງ​ມາ​ຈາກ​ແຫ່ງ​ອື່ນ​ໂດຍ​ດ່ວນ, ​ແລະ​ຊັກ​ຢາ​ວັກ​ແຊງ​ໃຫ້​ເຂດ​ອ້ອມ​ແອ້ມ.ປັດ​ຈຸ​ບັນ,ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ໃນ​ເມືອງ​ຊາງ​ຈື​ພວມ​ດຳ​ເນີນ​ໄປ​ຢ່າງ​ມີ​ລະ​ບຽບ.