ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 18:20:00    
ພັກ​ກອມ​ມູ​ນິດ​ຈີນ​ຍິນ​ດີ​ເພິ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ກັບ​ພັກ​ການ​ເມືອງ​ສຳ​ຄັນ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23​ມິຖຸນາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈຍ​ຊີ້​ງລິນ ກຳມະການ​ປະຈຳ​ກົມ​ການ​ເມືອງສູ​ນກາງ​ພັກ​ມອບ​ມູນິດ​ຈີນ,ປະທານ​ສະພາ​ປຶກສາ​ການ​​ເມືອງປະຊາຊົນ​ແຫ່ງ​ຊາດຈີນ​ໄດ້​ພົບ​ປະ​ທ່ານ​ນາງ​ເມ​ກາ​ວາ​ຕີປະທານ​ໃຫຍ່​ພັກຕໍ່​ສູ້ປະຊາທິປະ​ໄຕ​,ອະດີດ​ປະທາ​ນາທິບໍດີ​ແຫ່ງອິນ​ໂດ​ເນ​ເຊຍ.ສອງ​ຝ່າຍ​ກ່າວ​ວ່າ,ຍິນ​ດີ​ເພິ່ມທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ຕື່ມ​ອີກ,​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນຂັ້ນ​ລັດ​ໃຫ້ຂະ​ຫຍາຍຕົວ.

ທ່ານ​ເຈຍ​ຊີ້​ງລິນ​ກ່າວ​​​ເນັ້ນ​ວ່າ,ຈີນ​​ແລະ​ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ໃຫຍ່ທີ່​ພວມ​ພັດທະນາ​ອັນ​ສຳຄັນ​ໃນ​ໂລກ,ຝ່າ​ຍຈີນ​ຈະ​ຍຶດໝັ້ນ"ທິດ​ທາງ​ການ​ຕ່າງປະ​ເທດ​ຕໍ່​ປະ​ເ​ທດບ້ານ​ໃກ້​​ເຮືອນຄ​ຽງທີ່ວ່າ"ມີ​ໄມ​ຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ,ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ"​ແລະ"​ເປັນ​ບ້ານ​ໃກ້​ເຮືອນຄຽງ​ທີ່​ປອງ​ດອງກັນ,ຢູ່​ຮ່ວມ​ກັນ​ກັບປະ​ເທດ​ໃກ້​ຄຽງ​ຢ່າງ​ສະຫງົບ,ຮັ່ງມີ​ນຳ​ກັນ​ກັບປະ​ເທດ​ໃກ້​ຄຽງ",ພ້ອມ​ກັນພະ​ຍາຍາມ​ກັບ​ອິນ​ໂດ​ເນ​ເຊຍ,​ເພິ່ມທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງສອງ​ປະ​ເທດ,​ເຮັດ​ໃຫ້ການ​ພົວພັນ​ໄມ​ຕິ​ຈິດ​ລະຫວ່າງ​ສອງ​ປະ​ເທດສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ.

ທ່ານ​ນາງ​ເມ​ກາ​ວາ​ຕີ​​ກ່າວ​ລື້​ມວ່າຈະ​ສືບ​ຕໍ່​ຍຶດ​ໝັ້ນ​ນະ​ໂຍບາຍ​​ຈີນ​ດຽວ.