ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-25 20:41:51    
ຜູ​ກຳກັບ​ການສະ​ແດງ​ຂອງຫວຽດນາມ​ໄດ້​ຮັບ​ລາ​ງວັນ​ໃນ​ງານ​ມະຫະກຳຮູບ​ເງົາ​ສາກົນ​ຊຽງ​ໄຮ້​ຄັ້ງ​ທີ9

cri

ຕາມ​ຂ່າວສານ​ຊິນຮວາ:ຕອນ​ຄ່ຳວັນ​ທີ24 ມິຖຸນາ,"ລາ​ງວັນ​ຄົນ​ໃໝ່​ອາຊີ"ຂອງງານ​ມະຫະກຳຮູບ​ເງົາ​ສາກົນຊຽງ​ໄຮ້​ຄັ້ງ​ທີ9​ໄດ້​ສະ​ເຫຼື​ຍຜົນ.ທ່ານ​ເພ​ຊົວອັດ ຜູ້​ກຳກັບ​ການສະ​ແດງ​ຂອງຫວຽດນາມ​ໄດ້​ຮັບ​ລາງວັນ​ຮູບ​ເງົາ​ຍອດ​ຢ້ຽມ​ໂດຍອາໄສຮູບເງົາເລື່ອງ"ດຳລົງ​ຊີວິດ​ຢູ່​ໃນ​ຄວາມ​ສະທ້ານ​ຢ້ານ​ກົວ".

ເນື້ອ​ໃນ​ຂອງຮູບ​ເງົາ​ເລື່ອງ"ດຳລົງ​ຊີວິດ​ຢູ່​ໃນ​ຄວາມ​ສະທ້ານ​ຢ້ານ​ກົວ"​ໄດ້​ເລົ່າຊີວິດ​ຂອງທະ​ຫານ​ເກົ່າ​ຜູ້​ໜຶ່ງ​ຂອງ​ສົງຄາມ​ຫວຽດນາມ.ຄະນະ​ປະ​ກວດ​ເຫັນ​ວ່າ,ຮູບ​ເງົາ​ເລື່ອງ​ນີ້​ໃຊ້​ຝີ​ມື​ຮູບ​ເງົາ​ອັນ​ທຳ​ມະ​ດາ,​​ເຜີຍຮອຍ​ບາດ​ແຜ​ສົງຄາມ​​ທີ່​ຍັງ​ບໍ່​ທັນຫຸ້ມ​ດີໃນ​ໃຈ​ຂອງ​ປະຊາ​ຊົນ​ຫວຽດນາມ,​​ວາດ​ພາບ​ກຳລັງ​ໜີບດ້ານຊີວິດ​ແລະ​ຄວາມ​ວິຕົກ​ກັງວົນ​ຂອງ​ສາມັນ​ຊົນ,ມີ​​ແຮງ​ສະ​ເທືອ​ນ​ໃຈ​ເປັນພິ​ເສດ.

ງານ​ມະ​ຫະກຳ​ຮູບ​ເງົາ​ສາກົນ​ຊຽງ​ໄຮ້​ເລີ່​ມ​ຈັດໃນ​ປີ1993,ປັດຈຸບັນ​​ໄດ້​ຈັດ​ຂຶ້ນປີ​ລະ​ເທື່ອ​.​​ປີ2004​,ງານ​ມະຫະກຳຮູບ​ເງົາ​ສາກົນ​ຊຽງ​ໄຮ້​ເລີ່​ມ​ຕັ້ງລາງວັນຄົນ​ໃໝ່​ຂອງ​ອາຊີ,​ເພື່ອ​​ສົ່ງ​ເສີມຈິດ​​ໃຈ​ປະດິດ​ສ້າງ​ຂອງ​ຜູ້ກຳກັບ​ການສະ​ແດງຄົນ​ໃໝ່​ຂອງ​ອາຊີ.