|
 |
(GMT+08:00)
2006-06-26 21:40:22
|
 |
ສັບປະດາຮູບເງົາກິລາສາກົນປັກກິ່ງໄຂຂຶ້ນຢູ່ປັກກິ່ງ
cri
Author: da
ຕາມຂ່າວCRI:ວັນທີ 26 ມິຖຸນາ,ສັບປະດາຮູບເງົາກິລາສາກົນປັກກິ່ງຄັ້ງທີ2ໄດ້ເປີດສາກຢູ່ຫໍພິພິທະພັນຮູບເງົາຈີນ,ໃນພິທີເປີດສາກໄດ້ສາຍຮູບເງົາສາມເລື່ອງທີ່ສ່ອງແສງໃຫ້ເຫັນປະຫວັດກິລາໂອລິມປິກ.
ສັບປະດາຮູບເງົາກິລາຄັ້ງນີ້ແມ່ນກົມໃຫຍ່ວິທະຍຸກະຈາຍສຽງຮູບເງົາແລະໂທລະພາບແຫ່ງຊາດຈີນ ກົມໃຫຍ່ກິລາແຫ່ງຊາດແລະຄະນະກຳມະການຈັດຕັ້ງງານໂອລິມປິກປັກກິ່ງຮ່ວມກັນຈັດຂຶ້ນ,ໃນໄລຍະຈັດສັບປະດາຮູບເງົາ ຈະສາຍຮູບເງົາກິລາ ແລະມີການເຄື່ອນໄຫວແລກປ່ຽນວິຊາການຮູບເງົາກິລາ.ຮູບເງົາກິລາ 26 ເລື່ອງທີ່ເຂົ້າຮ່ວມງານແມ່ນສົ່ງມາຈາກ8ປະເທດເຊັ່ນຈີນ ໄທ ອາເມລິກາ ການາດາ ອັງກິດແລະອົສຕຼາລີເປັນຕົ້ນ.ຜູ້ກຳກັບການສະແດງຮູບເງົາທີ່ມີຊື່ສຽງຂອງຈີນ 10 ຄົນກໍຈະເຕົ້າໂຮມກັນຢູ່ປັກກິ່ງ,ຫາລືບັນຫາງານກິລາໂອລິມປິກກັບຮູບເງົາ,ສົ່ງເສີມນ້ຳໃຈໂອລິມປິກແລະທັດສະນະຄະຕິງານໂອລິມປິກປັກກິ່ງ,ພ້ອມກັນຊຸກຍູ້ການແລກປ່ຽນແລະການພັດທະນາພາລະກິດຮູບເງົາກິລາຈີນແລະຕ່າງປະເທດ.
|
|
|