ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 16:32:13    
ພະ​ລາ​ຊະ​ວັງ​ບູ​ຮານ​ແລະ​ຫໍ​ພິ​ພິດ​ທະ​ພັນ​ອັງ​ກິດ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຍາວ​ນານ

cri
ຕາມ​ຂ່າວ​ຂອງໜັງ​ສືພິມ​ເຢິນມິນ​ຢື້​ປ້າວ,​ຕໍ່​ໄປ​ພາຍ​ໜ້າ,​ຫໍພິ​ພິດ​ທະ​ພັນ​ພະ​ລາ​ວັງ​ບູ​ຮານ​ຈີນ​ແລະ​ຫໍພິ​ພິດ​ທະ​ພັນ​ອັງ​ກິດ​ຈະ​ກາຍ​ເປັນ​ຄູ່​ຂາ​ຮ່ວມ​ມື​ຍາວ​ນານ.​ວັນ​ທີ26ມິ​ຖຸ​ນາ,​ຢູ່​ທີ່​ປັກ​ກິ່ງ​ສອງ​ຝ່າຍ​ໄດ້​ເຊັນ​ເອກະ​ສານ​ກ່ຽວ​ກັບ​ເຈ​ຕະ​ນາ​ຮ່ວມ​ມື​,ຈະ​ຮ່ວມມື​ແລະ​ແລກ​ປ່ຽນ​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ເຊີ່ງ​ລວມ​ທັງ​ການ​ວາງ​ສະ​ແດງ,ຄົ້ນ​ຄວ້າ​ແລະ​ປະຕິ​ສັງ​ຂອນ​ເປັນ​ຕົ້ນ.

ຫໍພິ​ພິດ​ທະ​ພັນ​ພະ​ລາຊະ​ວັງ​ບູຮານ​ມີ​ຊື່​ລື​ນາມ​ໃນ​ທົ່ວ​ໂລກ​ໃນ​ດ້ານ​ປະ​ຫວັດ​ພະ​ລາ​ຊະ​ວັງ ສະຖາ​ປະ​ຕະ​ຍະ​ກຳພະ​ລາຊະ​ວັງ​ແລະ​ສິລະ​ປະ​ສະ​ໄໝ​ບູ​ຮານ.​ປີ1987,​ອົງ​ການ​ຢູ​ເນສ​ໂກ​ໄດ້​ຈັດຫໍ​ພິ​ພິດ​ທະ​ພັນ​ພະລັງ​ຊະ​ວັງ​ບູຮານ​ເຂົ້າ​ໃນ​ບັນຊີ​ມໍລະ​ດົກ​ໂລກ.​ຫໍພິ​ພິດ​ທະ​ພັນ​ອັງ​ກິດ​ສ້າງ​ຂຶ້ນ​ໃນ​ປີ​1753,​ແມ່ນ​ຫໍພິ​ພິດ​ທະ ພັນ​ສາທາ​ລະ​ນະ​ລະ​ດັບ​ຊາດ​ແຫ່ງ​ທຳ​ອິດ​ໃນ​ໂລກ,​ກໍ​ແມ່ນ​ໜຶ່ງ​ໃນ​ຫໍພິ​ພິດ​ທະ​ພັນ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.