ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 17:50:08    
ທ່ານ​ເຈຍ​ຊິງ​ລິນ​ເວົ້າ​ວ່າ,​ຄອງ​ຄອຍ​ສຳ​ຜັດ​ການ​ພັດ​ທະ​ນາ​ໃໝ່​ແລະ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຮົງ​ກົງ

cri Author: da
ຕາມ​ຂ່າວCRI:ວັນ​ທີ 27 ມິຖຸນາ,ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ຮົງ​ກົງ,​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ລະ​ລຶກການ​ເຊັນ​ເອກະສານ"CEPA"ຄົບຮອບ 3 ປີ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ເຈຍ​ຊິງ​ລິນ​ເວົ້າວ່າ,ການມາ​ຢ້ຽມຢາມ​ເທື່ອ​ນີ້​ຄົງ​ຈະ​ໄດ້​ສຳຜັດການພັດທະນາ​ໃໝ່​ແລະ​ການ​ປ່ຽນ​ແປງ​ໃໝ່ຂອງ​ຮົງ​ກົງ.

ທ່ານ​ເຈຍ​ຊິງ​ລິນ​ເວົ້າວ່າ,​ໃນ​ໄລຍະ​ຢູ່​ຮົງ​ກົງ ທ່ານ​ຈະທຳ​ການ​ແລກປ່ຽນ​ກັບ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ,​ຄົ້ນຄວ້າບັນຫາ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ເຂດ​ໃນ​ກັບ​ຮົງ​ກົງ​ມາ​ກາວ,ຊຸກຍູ້​​ໃຫ້ພັດທະນາ​ເສດຖະກິດ​ຂອງ​ເຂດ​ໃນ​ແລະ​ຮົງ​ກົງ​ມາ​ກາວ​ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຕ່າງ​​ໄດ້ຮັບຜົນ​ປະໂຫຍດທັງ​ສອງ​ຝ່າຍ.

ນອກ​ນີ້​ຂ່າວ​ແຈ້ງວ່າ,ມື້​ດຽວ​ກັນ ສື່​ມວນ​ຊົນ​ຮົງ​ກົງ​ໄດ້ພາກັນ​ປະກາດບົດ​ວິຈານ,ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ທ່ານ​ເຈຍ​ຊິງ​ລິນ​ຢ້ຽມຢາມ​ຮົງ​ກົງ.ສື່​ມວນ​ຊົນ​ຮົງ​ກົງ​ກ່າວ​ວ່າ,​ທ່ານ​ເຈຍ​ຊິງ​ລີ​ນ​​ຢ້ຽມຢາມ​ຮົງ​ກົງເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ສູນ​ກາງ​ກັບ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ,ຊຸກຍູ້​​ໃຫ້ສັງຄົມຮົງ​ກົງກົມກຽວກັນ.

CEPAໂຕຫຍໍ້ຂອງ​ພາສາ​ອັງກິດ​ທີ່ມີຄວາມໝາຍວ່າ"ການຈັດ​ວາງ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ເຂດ​ໃນ​ກັບ​ຮົງ​ກົງໃຫ້ແໜ້ນ​ແຟ້ນກວ່າ​ເກົ່າ". CEPA​ ໄດ້ເຊັນ​ກັນ​ເມື່ອວັນ​ທີ 29 ມິຖຸນາ​ປີ 2003,​ແລະ​ປະຕິບັດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ມັງກອນ​ປີ 2004.