ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 21:25:00    
ບົດ​ລາຍ​ງານ​ວຽກ​ງານ​ກວດ​ກາ​ບັນ​ຊີ​ຂອງ​ການ​ປະ​ຕິ​ບັດ​ງົບ​ປະ​ມານ​ສູນ​ກາງ​ສົກ​ປີ 2005 ​ໄດ້​ນຳ​ສະ​ເໜີ​ໃຫ້​ອົງ​ການ​ອຳ​ນາດ​ລັດ​ສຳ​ຫຼວດ​ພິ​ຈາ​ລະ​ນາ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 27 ມິຖຸນາ​ຢູ່​ທີ່​ປັກ​ກິ່ງ, ຄະນະ​ປະຈຳ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ກວດກາບັນຊີຂອງ​ທ່ານ​ລີ​ຈິ່ນຮວາ ຫົວໜ້າ​ກົມກວດກາບັນຊີ​ແຫ່ງ​ຊາດ​ກ່ຽວ​ກັບການ​ປະຕິບັດ​ງົບປະມານ​ສູນ​ກາງ​ສົກ​ປີ 2005. ທ່ານ​ລີ​ຈິ່ນຮວາ​ເວົ້າວ່າ, ​ເມື່ອ​ສັງ​ເກດ​ຈາກ​ຜົນການກວດກາ​ແລ້ວ​ເຫັນ​ວ່າ, ​ເວົ້າລວມ​ແລ້ວ, ສະພາບ​ປະຕິບັດງົບປະມານ​ສູນ​ກາງ​​ໃນ​ປີ 2005 ​ແມ່ນ​ດີ​ສົມຄວນ.

ບົດ​ລາຍ​ງານ​ຂຽນ​ວ່າ, ວຽກ​ງານ​ທີ່​ກວດກາໃນ​ສົກ​ປີ 2005 ລວມມີສະພາບ​​ປະຕິບັດ​ງົບ​ປະມານ​ຂອງພາກສ່ວນ​ສຳຄັນ​ຂອງລັດຖະບານ, ລາຍ​ຮັບ​ລາຍ​ຈ່າຍ​ດ້ານ​ການ​ເງິນ​ຂອງ​ຫົວໜ່ວຍທີ່​ຖືກກວດກາບັນຊີ, ​ແລະ​ສະພາບ​ໃຊ້​ທຶນຈຳ​ເພາະ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຕາມ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ, ການ​ຮ່ວມ​ມື​ປິ່ນປົວ​ຢູ່​ຊົນນະບົດ​ເປັນຕົ້ນ. ​ໃນ​ການ​ກວດກາ​ບັນຊີ​ໄດ້​ປະກົດ​ເຫັນ​ບັນຫາ​ຕ່າງໆ​ເຊັ່ນ: ​ແຈ້ງ​ງົບປະມານ​​ເກີນ​ຈຳນວນ, ຍັກ​ຍອກ​ເງິນ​ທຶນ, ທຶນ​ຈຳ​ເພາະ​ບໍ່​ທັນ​ນຳ​ໃຊ້, ​ແລະຊັບ​ສິນດ້ອຍ​ຄຸນ​ນະພາ​ບຈັດການບໍ່​ຖືກຕ້ອງ​ເປັນຕົ້ນ. ຕໍ່​ບັນຫາ​ດັ່ງກ່າວ, ກົມ​ກວດກາບັນຊີ​ໄດ້ຈັດການ​ແກ້​ໄຂ​ດ້ວຍ​ວິທີ​ຕ່າງໆ​ເຊັ່ນ​ຮິບ​ເອົາ​ທຶນ​ທີ່​ລະ​ເມີດ​ກົດໝາຍ, ​ແລະ​ມອບ​ໃຫ້​ຂະ​ແໜງ​ການ​​ກວດກາ​ດ້ານ​ຕຸລາການ​ເປັນຕົ້ນ. ບົດ​ລາຍ​ງານ​ກ່າວ​ເນັ້ນວ່າ, ຫຼາຍບັນຫາ​ທີ່​ປະກົດ​ເຫັນ​ໃນ​ການ​ກວດກາບັນຊີ​ພວມ​ໄດ້​ຮັບ​ການ​ປັບປຸງ​ແກ້​ໄຂ​ຢ່າງ​ຕັ້ງໜ້າ.