ຕາມຂ່າວCRI:ວັນທີ 27 ມິຖຸນາ ຢູ່ປັກກິ່ງ ທ່ານຫູຈິນທາວ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຈັດການເຈລະຈາກັບທ່ານຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ.ສອງຝ່າຍໄດ້ເປັນເອກະສັນກັນເຫັນດີຊຸກຍູ້ການຮ່ວມມືໃຫ້ລົງສູ່ລວງເລິກ,ຊຸກຍູ້ການພົວພັນມິດຕະພາບແລະຮ່ວມມືຮອບດ້ານລະຫວ່າງສອງພັກແລະສອງລັດໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່.
ທ່ານຫູຈິນທາວສະເໜີໃຫ້ຜູ້ນຳສອງຝ່າຍພົບປະກັນເລື້ອຍໆ,ຊຸກຍູ້ການແລກປ່ຽນແລະຮ່ວມມືກັນໃນຂົງເຂດຕ່າງໆຢ່າງຮອບດ້ານ,ຮ່ວມມືກັນຕື່ມອີກໃນຂົງເຂດປ້ອງກັນປະເທດ ປ້ອງກັນຄວາມສະຫງົບ ເກືອດຫ້າມຢາເສບຕິດແລະການທ່ອງທ່ຽວເປັນຕົ້ນ,ເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດກະສິກຳ ບໍ່ແຮ່ແລະການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ;ພ້ອມກັນນັ້ນ ກໍເພີ່ມທະວີການປຶກສາຫາລືແລະປະສານສົມທົບກັນໃນວຽກງານພາກພື້ນແລະສາກົນ.
ມື້ດຽວກັນ ລັດຖະມົນຕີການຕ່າງປະເທດຂອງສອງປະເທດຈີນລາວກໍໄດ້ເຈລະຈາກັນຢູ່ປັກກິ່ງ,ສອງຝ່າຍກ່າວວ່າຈະເພີ່ມທະວີການປະສານງານແລະຮ່ວມມືກັນຕື່ມອີກ,ພ້ອມກັນຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວຢ່າງຮອບດ້ານ.
|