ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 21:33:50    
ຝ່າຍ​ຈີນ​ກ່າວ​ລື້ມ​ວ່າ ຫວັງ​ໃຫ້​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕີນ​ແລະ​ອິສ​ຣາ​ແອນ​ເຈ​ລ​ະຈາ​​ກັນ​ແກ້​ໄຂ​ການ​ວິວາດ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ

cri Author: da
ຕາມ​ຂ່າວCRI:ວັນ​ທີ 27 ມິຖຸນາ ຢູ່​ປັກ​ກິ່ງ ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ລື້​ມວ່າ,ຝ່າຍ​ຈີນ​ສະໜັບສະໜູນ​ຂະ​ບວນວິວັດສັນຕິພາບ​ຕາ​ເວັນ​ອອກ​ກາງ​ຢ່າງ​ຕັ້ງໜ້າ​ຕະຫຼອດມາ,ຫວັງ​ໃຫ້​ລັດຖະບານ​ຊຸດໃໝ່​ຂອງປາ​ເລັສຕີນ​ແລະອິສຣາ​ແອນ​ຈົ່ງ​ໃຊ້​ທ່າ​ທີ​ອັນຕັ້ງໜ້າ​ກວ່າ​ເກົ່າ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຟື້ນ​ຟູ​ການ​ເຈລະຈາສັນຕິ​ພາບ,​ແກ້​ໄຂບັນຫາ​ຕາ​ເວັນ​ອອກ​ກາງ​ດ້ວຍ​ການ​ສົນທະນາ​ແລະ​ເຈລະຈາການ​ເມືອງ.

ທ່ານນາງຈ່ຽງອີແນະນຳວ່າ,​​ແຕ່​ວັນ​ທີ25ມິຖຸນາ​ເປັນຕົ້ນ​ໄປ,ທ່ານຊຸນປີ້ກັ່ນ ທູດ​ພິ​ເສດກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຂອງ​ຈີນ​ໄດ້​ເລີ່​ມຢ້ຽມຢາມ​ເອຢິບ ຊອກ​ດາ​ນີ ອິສຣາ​ແອນ​ແລະ​ປາ​ເລັສຕີນ​​ເປັນ​ລຳດັບ,​ແລກປ່ຽນ​ຄວາມ​ຫັນ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ສະຖານະ​ການ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ສະ​ເພາະ​ໜ້າ​ນີ້.ທ່ານ​ເວົ້າວ່າ,ຈີນ​ມີເຈດ​ຈຳນົງ​​ໃຫ້ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕິນ​ກັບ​ອິສຣາ​ແອນ​ດ້ວຍ​ການ​ສົນທະນາ​ແລະ​ການ​ເຈລະຈາ​ທາງ​ການ​ເມືອງບົນ​ພື້ນຖານມະຕິ​ທີ່ກ່ຽວຂ້ອງຂອງ​ສະຫະ​ປະຊາ​ຊາດ​ແລະ​ຫຼັກການ​ເອົາ​ດິນ​ແດນ​ແລກ​ປ່ຽນ​ສັນຕິພາບ,ຈີນ​ຍິນ​ດີພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ​ທີ່​ລວມທັງ​​ເອຢິບ​ແລະ​ສັນນິບາດ​ປະ​ເທດອາ​ລັບ​ຊຸກຍູ້​ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.