ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 10:58:32    
ທ່ານ​ເຈຍ​ຊິ້ງ​ລິນ​ກ່າວ​ວ່າ,​ການ​ຮັກ​ສາ​ຈະ​ເລິນ​ຮຸ່ງ​ເຮຶອງ​ແລະ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ແມ່ນ​ຈຸດ​ເລີ່ມ​ຂອງ​ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ກາງ​ແນ​ໃສ່​ຮົງ​ກົງ​ແລະ​ມາ​ກາວ

cri
ຕາມ​ຂ່າວ​CRI,​ວັນ​ທີ29​ມິຖຸ​ນາ​ຢູ່​ທີ່​ຮົງ​ກົງ,​ທ່ານ​ເຈຍ​ຊິ້ງ​ລິນ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວວ່າ,​ການ​ຮັກສາ​ແລະ​ຊຸກຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ແມ່ນ​ຈຸດ​ເລີ່​ມ​ແລະ​ພຶ້ນ​ຖານ​ຂອງ​ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ກາງ​ແນ​ໃສ່​ຮົງ​ກົງ​ແລະ​ມາ​ກາວ;​ນະ​ໂຍບາຍ​ແລະ​ມາດ​ຕະ​ການ​ທຸກ​ລາຍ​ກ່ຽວ​ກັບ​ຮົງ​ກົງ​ແລະ​ມາ​ກາວ​ທີ່​ລັດ ຖະ​ບານ​ກາງ​ວາງ​ອອກ​ນັ້ນ​ລ້ວນ​ແຕ່​ແມ່ນ​ເພື່ອ​ໃຫ້​ຮົງ​ກົງ​ແລະ​ມາ​ກາວ​ພັດ​ທະນາ ​ດີກ​ວ່າ​ເກົ່າ.

ທ່ານ​ເຈຍ​ຊິ້ງ​ລິນ​ແມ່ນ​ໃຫ້​ທັດ​ສະນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ເວທີ​ປາ​ໄສ​ພັດ​ທະ​ນາ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ເຂດ​ໃນກັບ​ຮົງ​ກົງ​ແລະ​ມາ​ກາວ.

ທ່ານ​ເຈຍ​ຊິ້ງລິນ​ເວົ້າວ່າ,​ເດືອນ​ມີນາ​ປີ​ນີ້,​ສະ​ພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຜ່ານ​ຮັບ​ຮອງ​ໂຄງ​ຮ່າງ​ແຜນ​ການ​ຫ້າ​ປີ​ຄັ້ງ​ທີ11​ກ່ຽວ​ກັບ​ການ​ພັດທະ​ນາ​ເສດ​ຖະກິດ​ແຫ່ງ​ຊາດ​ແລະ​ສັງ​ຄົມ,​ໄດ້​ຈັດ​ເອົາ​ຮົງ​ກົງ​ແລະ​ມາ​ກາວ​ເຂົ້າ​ໃນ​ແຜນ​ການ​ພັດທະ​ນາ​ລວມ​ຂອງ​ຊາດ​ຢ່າງ​ຈະ​ແຈ້ງ,​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ການ​ເອົາ​ໃຈ​ໃສ່​ນຳ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​ກາງ​ຕໍ່​ຮົງ​ກົງ​ແລະ​ມາ​ກາວ,ກໍ​ໄດ້​ສ່ອງ​ແສງ​ເຖິງ​ຖານະ​ສຳຄັນ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ໃນ​ຍຸດ​ທະ​ສາດ ພັດທະ​ນາ​ແຫ່ງ​ຊາດ.

ທ່ານ​ເຈຍ​ຊິ້ງລີນ​ກ່າວລື້ມ​ວ່າ,​ລັດຖະ​ບານ​ກາງ​ຈະ​ຍຶດ​ໝັ້ນ​ທິດ​ທາງ​ ປະ​ເທດ​ດຽວ​ສອງ​ລະ​ບອບ​​ຊາວ​ຮົງ​ກົງ​ປົກ​ຄອງ​ຮົງ​ກົງ ຊາວ​ມາກາວ​ປົກ​ຄອງ​ມາ​ກາວ ​​ປົກຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ​ແລະ​ກົດໝາຍ​ພື້ນ​ຖານ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ,​ເດັດດ່ຽວ​ສະໜັບ​ສະ​ໜູນ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ແລະ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ທັງ​ສອງ​ປົກ​ຄອງ​ຕາມ​ກົດ​ໝາຍ,​ເດັດ​ດ່ຽວ​ເພີ່ມ​ທະວີ​ແລະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ເຂດ​ໃນ​ກັບ​ຮົງ​ກົງ​ແລະ​ມາ​ກາວ.