ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 15:03:31    
ລົມ​ການ​ອອກ​ຢາ​ສູບ​(ສຽງ)

cri Author: shuo

ການຄົ້ນຄວ້າ​ວິທະຍາ​ສາດສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​​ເວລາ​​ໄໝ້​,ໃບ​ຢາຈະ​ເກີດ​ວັດຖຸ​ທີ່​ມີຜົນ​ຮ້າຍ4​ພັນ​ກວ່າ​ຊະນິດ,​​ອາດ​ຈະ​​ເຮັດໃຫ້​ຄົນ​ຕິດພະຍາດ​ຕ່າງໆ ​ເຊັ່ນ​​​ໂລກມະ​ເຮັງ ໂລກ ສາຍ​ເລືອດ​ຫົວ​ໃຈ​ແລະ​ກະດູກ​ຜ່ອຍ​ເປັນຕົ້ນ,​ແຕ່ລະ​ປີ​ໃນ​ທົ່ວ​ໂລກ​ມີ​ເກືອບ5​ລ້ານ​ຄົນ​ຕາຍ​ຍ້ອນ​ພະຍາດ​ທີ່​ກ່ຽວ​ພັນ​ເຖິງ​ໃບ​ຢາ.ຫຼາຍຄົນ​ທີ່​ແງ້ນ​ຢາ​ລ້ວນ​ແຕ່ຫວັງ​ໃຫ້​ຕົນ​ເອງອອກຢາ​ໄດ້,​ແຕ່​ຜູ້​ທີ່​ເຮັດ​​ໄດ້​ຢ່າງ​ແທ້​ຈິງ​ພັດ​ມີ​ໜ້ອຍ.ຄັນຊັ້ນ,ການອອກ​ຢາມີວິທີ​ທີ່​ດີ​ບໍ່?​ໃນ​ລາຍການ​ສວນ​ວິທະຍາ ສາດ​ແລະ​ການ​ສຶກສາ​ພາກ​ນີ້,ຈັນ​ນະພາ​ຈະ​ລົມ​ເລື່ອງ​ອອກຢາກັບ​ທ່ານ.

ປະຈຸ​ບັນ​ນີ້,​ໃນ​ທົ່ວ​ໂລກ​ມີ​ຜູ້​ສູບຢາ1​ຕື້100​ລ້ານ​ຄົນ,​ໃນ​ນັ້ນມີ​ເຄິ່ງໜຶ່ງຂຶ້ນ​ໄປ​ຫວັງ​ຢາກ​ອອກ​ຢາ.ຄັນຊັ້ນ,ຂໍກະ​ແຈ​ຂອງ​ການ​ອອກ​ຢາ​ແມ່ນ​ຫຍັງ?ທ່ານ​ນາງ​ຢາງ​ກົ່ງ​ຮ້ວນ ຮອງ​ຫົວໜ້າ​ສູນປ້ອງ​ກັນ​​ຄວບ​ຄຸມພະ​ຍາດ​ຂອງ​ຈີນ ຜູ້​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ​ທີ່​ມີ​ຊື່​ສຽງ​​ເວົ້າວ່າ:"ກ່ອນ​ອື່ນ,ຜູ້​ຢາກ​ອອກ​ຢາ​ຕ້ອງ​ມີຄວາມ​ຕັດສິນ​ໃຈ,​ຄວາມ​ຕັດສິນ​ໃຈດັ່ງກ່າວ​ຫວັງ​ໃຫ້​ໄດ້ ຮັບ​ການສະໜັບສະ​ໜູນ​ຈາກຄົນ​ອ້ອມ​ຂ້າງ,​​ເວົ້າສຳລັບ​ສັງຄົມ​ແລ້ວ,ຖ້າມີບັນຍາກາດ,ການ​ອອກ​ຢາ​ກໍ​ງ່າຍ​ກວ່າ​ເກົ່າ.​ແນ່ນອນ​ແລ້ວ,ຕໍ່​ຄົນ​ທີ່​​ແງ້ນ​ຢາ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ,ບາງທີ​ກໍ​ຕ້ອງ ກິນ​ຢາ​ປົວ​ພະຍາດ.​ສະນັ້ນ,​ເວົ້າລວມ​ແລ້ວ​ມີ​ສາມ​ຂໍ້ ຄື ການ​ອອກ​ຢາ​ຕ້ອງມີຄວາມ​ຕັດສິນ​ໃຈ ຕ້ອງມີ​ສະພາບ​ແວດ​ລ້ອມ​ແລະຕ້ອງ​ມີ​ການ​ສະໜັບສະໜູນ​ຂອງ​ຢາ​ປິ່ນປົວ."

ກໍ​ຄື​​ທ່ານ​ນາງ​ຢາງ​ກົ່ງ​ຮ້ວນ​ເວົ້ານັ້ນ,ຄວາມ​ຕັດສິນ​ໃຈ ສະພາບແວ​ດລ້ອມ​​ແລະການ​ສະໜັບ ສະໜູນ​ຂອງ​ຢາ​ປິ່ນປົວ​ແມ່ນຂໍກະ​ແຈ​ສາມ​ຂໍ້​ຂອງ​ການ​ອອກ​ຢາ.ຄັນຊັ້ນ,ກ່ອນ​ອື່ນ​,ພວກ​ເຮົາຈຶ່ງ​ມາ​ລົມ​ຄວາມ​ຕັດສິນ​ໃຈກ່ອນ.ຖ້າ​ຢາ​ກມີ​ຄວາມ​ຕັດສິນ​ໃຈ​ອັນ​ເດັດດ່ຽວ,ກ່ອນອື່ນ, ຕ້ອງ​ຮັບ​ຮູ້​ວ່າ ການ​ສູບຢາ​​ເປັນ​ໂທດ​ຫຼາຍຕໍ່​ສຸຂະພາບ​ຢ່າງ​ແທ້​ຈິງ,​ແລະກໍ​ຕ້ອງ​ຮັບ​ຮູ້​ວ່າ​ການ​ສູບຢາ​ແມ່ນ​ການ​ກະທຳ​ທີ່​ບໍ່​ຈົບງາມ.​ໃນ​ເວລາ​ໃຫ້ສຳພາດ,ທ່ານນາງ​​ລີ້​ກຸ້ຍເຈິ່ນ ​ໄທ​ເມືອງ​ປັກ​ກິ່ງ​​ເວົ້າວ່າ: "​​ເຖົ້າ​​ແລ້ວ,ສູບ​ຢາ​ບໍ່​ມີ​ຜົນ​ດີ​.​ໃນ​ເວລາຂ້າພະ​ເຈົ້າໄອ,ມັກຄາກ​ຂີ້ກະ​ເທີ່​ສີດຳ."

ກໍ​ມີ​ໄທ​ເມືອງ​ປັກ​ກິ່ງ​ບາງ​ຄົນ​ບອກ​ນັກ​ຂ່າວ​ວ່າ,​ໃນ​ເວລາ​ສູບຢາ,ພວກ​ເຂົາ​ເຈົ້າມີ​ຂີ້ກະ​ເທີ່​ຫຼາ ຍທີ່​ສຸດ,​ມັກ​ໄອ,​ແລະບໍ່​ສະບາຍ​.

​ທ່ານຜູ້​ຟັງ,ຖ້າ​ທ່ານ​ຍັງ​ບໍ່​ທັນ​ຮັບ​ຮູ້​​ເຖິງຜົນ​ຮ້າຍ​ຂອງ​ການ​ສູບຢາ,ທ່ານກໍ​ຄວນຊອກ​ຮູ້​ຄວາມ​ຮູ້​​ປຽບທຽບ​ທີ່​ກ່ຽວຂ້ອງ​ຫຼາຍກວ່າ​ເກົ່າ.

ບາງ​ຄົນ​ເວົ້າວ່າ,​ເມື່ອ​ຈຳນວນ​ແມ່​ພະຍາດ​ທີ່​ມີ​ຊີວິດໃນ​ປາ​ກຂອງ​ຜູ້​ສູບຢາ​ແລະ​ຜູ້​ບໍ່​ສູບຢາ​ແລ້ວ​ເຫັນ​ວ່າ,​ໃນ​ປາກ​ຂອງ​ຜູ້​ສູບ​ປາໜ້ອຍ​ກວ່າຜູ້​ບໍ່​ສູບຢາຫຼາຍສິບ​ເທົ່າ​ຈົນຮອດ​ຫຼາຍຮ້ອຍ​ເທົ່າ,ຍັງ​ມີ​​ຄົນ​ເວົ້າວ່າ,​ໃນ​ເວລາທ່ານນາ​ໂປລີ​ອົງນຳພາ​ກອງທັບ​​​​ເດີນ​ຜ່ານ​ເຂດ​ທີ່​ມີພະຍາດ​ແຜ່ລະບາດ,ຜູ້​ສູບຢາ​ໄດ້ລອດຕາຍໝົດ,​ແຕ່​ຜູ້​ບໍ່​ສູບຢາພັດ​ຕາຍ​ໝົດ;ຍັງ​ມີ​ຄົນ​ເວົ້າວ່າ,ຜູ້​ສູບຢາຫຼັງຈາກ​ອອກ​ຢາ​ແລ້ວ​ຈະ​​ເປັນພະຍາດ.

ຄຳ​ເວົ້າອັນ​ຜິດພາດຕ່າງໆນາໆທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ອາດ​ຈະ​ເຮັ​ດ​ໃຫ້​ຄວາມ​ຕັດສິນ​ໃຈ​ອອກ​ຢາ​ຂອງ​ບາງ​ຄົນ​ຫວັ່ນ​ໄຫວ​ຄອນ​ແຄ​ນ,ສະນັ້ນ,ການຮັບ​ຮູ້​ຄວາ​ມຮູ້​ທີ່​ກ່ຽວຂ້ອງ​ແມ່ນ​ເລື່ອງ​ຈຳ​ເປັນທີ່​ສຸດ.ທີ່ຈິງ​ແລ້ວ,ກາ​ນທົດ​ລອງວິທະຍາສາດ​ຈຳນວນ​ຫຼວງຫຼາຍ​ໄດ້ພິສູດ​ໃຫ້​ເຫັນວ່າ,ການ​ສູບຢາ​ບໍ່​ມີ​ຜົນ​ດີຈັກ​ເມັດ ມີ​ແຕ່​ຜົນ​ຮ້າຍຕໍ່​ສຸຂະພາບ​ຂອງ​ຄົນ​​ເຮົາ;ບໍ່​ວ່າ​ທ່ານ​ອາຍຸ​​ແດ່​ສ່ຳ​ໃດ,​ໄດ້​ສູບຢາດົນ​ປານ​ໃດ​ແລ້ວ,ການອອກ​ຢາລ້ວນ​ແຕ່​ຈະ​ດີກວ່າ​ການ​ສູບຢາ​ຕໍ່​ໄປ;ຫຼັງຈາກ​ອອກ​ຢາ​ແລ້ວ,ອາດ​ຈະ​ບໍ່​ລື້​ງປານ​ໃດ​ໃນ​ໄລຍະສັ້ນ,​ແຕ່​ບໍ່ຫ່ອນ​ຊິ​ພາ​ໃຫ້​​ເປັນພະ ຍາດ​ຢ່າງ​ເດັດ​ຂາດ.

ເມື່ອ​ໄດ້​ມີ​ຄວາມ​ຕັດສິນ​ໃຈອັນ​ເດັດດ່ຽວ​ແລ້ວ,ສະພາບ​ແວດ​ລ້ອມ​ທີ່​​ເໝາະ​ສຳລັບ​ການ​ອອກ​ຢາ​ນັ້ນກໍ​ສຳຄັນ​ທີ່​ສຸດ.ສະພາບ​​ແວດ​ລ້ອມນີ້​ລວມທັງ​ສະພາບ​ແວດລ້ອມ​ໃຫຍ່​ຂອງ​ສັງຄົມ​ແລະ​ສະພາບ​ແວດ​ລ້ອມ​ນ້ອຍ​ຢູ່​ອ້ອມ​ຂ້າງ,ສ່ວນ​ສິ່ງ​ທີ່​ຕ້ອງ​ປົວ​ແປງ​ໃຫ້​ດີ​ກ່ອນ​ນັ້ນ​ແມ່ນສະພາບ​ແວດ​ລ້ອມ​ໃຫຍ່​ຂອງ​ສັງຄົມ​​.

ປະຈຸ​ບັນນີ້,​ໃນ​ທົ່ວ​ໂລກ​​ມີ190​ກວ່າ​ປະ​ເທດ​​ໄດ້ເຂົ້າຮ່ວມສົນທິສັນຍາ​ຂອບ​ຄວບ​ຄຸມ​​ໃບຢາ,​ການ​​ໂຄສະນາ​​ໃບ​ຢາ​ບໍ່​ອະນຸຍາດ​ໃຫ້ປະກົດຕົວຢູ່​ສື່​ມວນ​ຊົນ​ສາທາລະນະແລ້ວ,ປະ​ເທດ​ຕ່າງໆ​ໄດ້​ປະກາດ​ໃຊ້ກົດໝາຍ​ກົດ​ບັນຍັດ​ເກືອດຫ້າມ​ຢາສູບນັບ​ມື້​ນັບ​ຫຼາຍ,ສະພາບ​ແວດ​ລ້ອມ​ໃຫຍ່​ທີ່​ມີ​ຜົນ​ດີ​ຕໍ່​ການ​ເກືອດຫ້າມ​ຢາ​ສູບນັ້ນກຳລັງເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ.

ນອກຈາກສະພາບ​ແວດ​ລ້ອມ​ໃຫຍ່​ໃນ​ສັງຄົມ​ແລ້ວ,ການ​ສ້າງ​ສະພາບ​ແວດ​ລ້ອມ​ນ້ອຍ​ທີ່​ສະໜັບສະໜູນ​ຕົນ​ເອງນອອກຢາ​ນັ້ນ​ກໍ່​ສຳຄັນຫຼາຍ.ບອກ​ຍາດ​ພີ່ນ້ອງ ​ເພື່ອນໃກ້​​ເຮືອນ​ແລະ​ໝູ່ເພື່ອນຊາບ​ວ່າ​ຕົນ​ເອງ​ພວມ​ອອກ​ຢາ,ຫວັງ​​ໃຫ້ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພວກ​ເຂົາ​ເຈົ້າ.ພ້ອມ​ກັນນັ້ນກໍ່​ສາມາດ​ໄປ​ຫາ​ເພື່ອນ​ທີ່​ພວມອອກຢາ,ເພື່ອພ້ອມ​ກັນ ອອກຢາ​,ຕ່າງ​ສະໜັບສະໜູນ​ກັນ,​ເຮັດ​ແນວ​ນີ້,ການ​ອອກ​ຢາສູບ​ຈະ​ງ່າຍ​ກວ່າ.

​ເວົ້າສຳລັບ​ຜູ້​ທີ່​ແງ້ນ​ຢາ​ໜັກແລ້ວ,​ໃນ​​ເວລາ​ອອກ​ຢາ​ຍັງ​ຄວນ​ກິນ​ຢາ​ປົວ​ພະຍາດ​ມາຊ່ອຍ.ຢຸກຢາ​ເຫຼົ່ານີ້​ສາມາດບັນ​ເທົາອາການ​ເສົ້າໝອງ ໝຸດໝັດ​ແລະ​​ເຈັບ​ຫົວ​ເປັນຕົ້ນ ຂອງຜູ່ສູບຢາຫຼັງຈາກອອກຢາ,ເວົ້າສຳລັບຜູ້ທີ່​ແງ້ນ​ຢາໜັກ​ແລະ​ມີ​ອາການ​ຮຸນ​ແຮງຫຼັງ ຈາກອອກ​ຢາສູບ​ນັ້ນ​ແລ້ວ,ມີຜົນ​ດີ​ທີ່​ສຸດ.

ປັດຈຸບັນ,ທຳ​ມະ​ດາ​ແລ້ວ,ຢຸກຢາທີ່​ຊ່ອຍ​ອອກຢາອາດ​ແບ່ງ​ເປັນ3ຊະນິດ.ໃນ​ນັ້ນ​ໃຊ້ທົ່ວ​ໄປ​ແລະ​ເຫັນ​​ເລື່ອຍໆ​ກໍ​ແມ່ນ​ຊີງ​ໂກມ,ຈຸດ​ດີ​ຂອງ​ມັນ​ແມ່ນ​ສາມາດຫຼຸດຜ່ອນຄວາມ​ຢາກ​ຂອງ​ຜູ້ອອກຢາຕໍ່​​ໃບ​ຢາຢ່າງ​ໄວ​ວາ,​ທັງ​ສະ​ດວກ.​ຢຸກ​ຢາ​ອີກ​ຊະ​ນິດ​ໜຶ່ງ​ແມ່ນ​ຢາອົ​ມ ຫຼືຢາຕິດ​ທີ່​ມີນີ​ໂກຕິ​ນ.ນີ​ໂກຕິ​ນ​ໃນ​ຢາ​ສູບ​ມີ​ແຕ່​ເຮັດ​ໃຫ້​ຄົນ​ຢາກ​ສູບ​ຢາ​ຢ່າງ​ຕໍ່​ເນື່ອງ​ເທົ່າ​ນັ້ນ,ທຳ​ມະ​ດາ​ແລ້ວ,ມັນ​ບໍ່ຫ່ອນ​ຈະ​ພາ​ໃຫ້​​ເປັນ​ພະ​ຍາດ,​ສະ​ນັ້ນ,​ຖ້າ​ໃຊ້​ຢຸກ​ຢາ​ນີ​ໂກຕິນທົດ ແທນ​ຢາສູບ​ເປັນ​ກ້າວໆ,ທ່ານຈະ​ຮູ້ສຶກ​ສະ​ບາຍອົກ​ສະບາຍ​ໃຈ​ໂດຍ​ທຽບ​ຖານ​​​ໃນ​ກ​ເວລາ ອອກ​ຢາ.ຢຸກຢາ​ຊະນິດ​ທີ​ສາມ​ແມ່ນ​​ແວວ​ບຸດຣິນ,ນີ້​ແມ່ນ​ຢຸກຢາ​ໃໝ່​ຊະນິດ​ໜຶ່ງ,ມີບົດບາດ​ ​ຄ້າຍຄື​ກັບ​ຢຸກຢາ​ນີ​ໂກຕິ​ນ.

​ເມື່ອ​ກີ້​ນີ້,ຂ້າພະ​ເຈົ້າ​ໄດ້​ແນະນຳຂໍກະ​ແຈ​ສາມ​ຂໍ້​ຂອງ​ການ​ອອກ​ຢາ,​ແຕ່​ສິ່ງ​ທີ່​ຕ້ອງ​ຕັກເຕືອນນັ້ນ​ແມ່ນ,ຖ້າ​ທ່ານໄດ້​ເຊົາຢາສູບ​​ເປັນ​ເວລາ6​ເດືອນ​ຂຶ້ນ​ໄປ​ແລ້ວ,ທ່ານຍັງ​ຄົງ​ຢູ່​ໃນ​ໄລຍະຮັກສາ​ໝາກຜົນຢູ່,ຕ້ອງ​ປ້ອງ​ກັນ​ບໍ່​ສູບຢາ​ຄືນ​ໃໝ່.

ນາງ​ລູ້​ຊິ້ວ​ເຊຍ​ແມ່ນ​ຄູຜູ່​ໜຶ່ງ,ໄດ້​ສູບຢາ​ເປັນ​ເວລາ30​ປີ​ແລ້ວ.ປີ2004,ນາງ​ເລີ່​ມ ອອກຢາ,​ແຕ່​ຫຼັງຈາກ​ນັ້ນໜຶ່ງ​ປີ​ເທົ່າ​ນັ້ນ,ນາງ​ກໍ​ເລີ່​ມສູບຢາ​ຄືນ​ໃໝ່​,ດຽວ​ນີ້,ຢ່າງ​ໜ້ອຍ​ນາງ​ຕ້ອງ​ສູບຢາ4ກອກ​ຕໍ່​ມື້.​ເມື່ອ​ເວົ້າ​ເຖິງ​ການ​ສູບຢາ​ຄືນ​ໃໝ່,ນາງ​ເວົ້າວ່າ​:"ພວກ​ເຂົາ​ເຈົ້າຖາມ​ວ່າ,ເປັນ​ຫຍັງ​ເຈົ້າສູບຢາ​ອີກ​ແລ້ວ.ຂ້າພະ​ເຈົ້າຕອບ​ວ່າ,ໂອຍ,ໃນຊີວິດການ​ເປັນ​ຢູ່,ຂ້າພະ ເຈົ້າບໍ່ໄດ້ຕິດຫຍັງອື່ນທີ່ບໍ່ດີ,ມີແຕ່ມັກສູບຢາທໍ່​ນັ້ນ.

ທີ່​ຈິງ​ແລ້ວ,ການສູບຢາ​ຄືນ​ໃໝ່​ບໍ່​​ເປັນຕາຢ້ານ​,ຢ່າ​ຮູ້ສຶກ​ເຈັບ​ຊ້ຳ​ແໜງໃຈ,ເກີ້ເຂີນ ​ເສົ້າໝອງຫຼືສົງ​ໄສ​ຄວາມ​ສາມາດ​ອອກ​ຢາ​ຂອງ​ຕົນ.ນອກຈາກ​ຄົນ​ສ່ວນ​ໜ້ອຍແລ້ວ,ຜູ້ ອອກ​ຢາຈະ​ສູບ​ຄືນ​ໜຶ່ງ​ເທື່ອ​ຂຶ້ນ​ໄປຈຶ່ງ​ສາມາດຍຶດໝັ້ນບໍ່​ສູບຢາໃນ​ຕະຫຼອດຊີວິດ​ໄດ້.ຕາມ​ສະຖິຕິ,ຄິດ​ສະ​​ເລ່ວ​ແລ້ວ,ຜູ້ອອກ​ຢາຕ້ອງທົດ​ລອງອອກ​ຢາ7​ເທື່ອ​ແລ້ວ,ຈຶ່ງສາມາດ​ອອກ​ຢາສູບ​ໃນ​ຕະຫຼອດຊີວິດໄດ້.ພາຍຫຼັງສູບຢາ​ຄືນ​ໃໝ່​ແລ້ວ,ຄວນ​ສືບ​ຕໍ່​ຍຶດໝັ້ນຄວາມ​ຕັດ ສິນ​ໃຈ​ທີ່ອອກ​ຢາ​ແລ້ວ,ອອກ​ຢາຄືນ​ໃໝ່​ໂດຍ​ໄວ.