ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 18:51:03    
ຈີນ​ດັດ​ແກ້"ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ພາກ​ບັງ​ຄັບ"​ເພື່ອ​ຮັບ​ປະ​ກັນ​ໃຫ້​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ຂອງ​ຊົນ​ນະ​ບົດ​ກ່ອນ​ໝູ່

cri Author: da
ຕາມ​ຂ່າວCRI: ວັນ​ທີ 29 ມິຖຸນາ,"ກົດໝາຍວ່າ​ດ້ວຍ​ການ​ສຶກສາພາກ​ບັງຄັບ"​ທີ່​ກ່ຽວພັນກັບ​ນັກຮຽນຊັ້ນປະຖົມ​ແລະ​ມັດທະຍົມ 180 ລ້ານ​ຄົນຂອງ​ຈີນ​​ນັ້ນໄດ້​ສຳ​ເລັດ​ການ​ດັດ​ແກ້. ຫຼັງ​ຈາກ​ດັດ​ແກ້​ແລ້ວ,ກົດໝາຍສະບັບ​ນີ້ຈະຮັບປະກັນ​ໃຫ້​ຊັບພະຍາກອນການ​ສຶກສາ​ຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ຊົນນະບົດ​ກ່ອນໝູ່.

"ກົດໝາຍວ່າ​ດ້ວຍ​ການ​ສຶກສາພາກ​ບັງຄັບ"ສະບັບດັກແກ້ໄດ້ລະ​ບຸ​ໄວ້​ຢ່າງ​ຈ​ະແຈ້ງ​ວ່າ,ການ​ສຶກສາ​ພາກ​ບັງຄັບຂອງ​ລັດ​ບໍ່​ເກັບ​ຄ່າ​ຮຽນ​ແລະ​ຄ່າ​ໃຊ້​ຈ່າຍ​ອື່ນໆ,​ແລະ​ກຳນົດ​​ໃຫ້​ລັດ​ສ້າງຕັ້ງກົນ​ໄກ​ຮັບປະກັນ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາ​ພາກ​ບັງຄັບ.ການ​ເບີກ​ຄ່າ​ໃຊ້​ຈ່າຍຕ້ອງອ່ຽງ​ໃສ່ໂຮງຮຽນ​ຊົນນະບົດ​ແລະ​ໂຮງຮຽນ​ທີ່​ອ່ອນ​ແອ​ໃນ​ຕົວ​ເມືອງ​,ຊັກ​ນຳ​ແລະ​ສົ່ງ​ເສີມ​​ໃຫ້​ນັກ​ສຶກສາ​ທີ່ຮຽນ​ຈົບ​ຈາກໂຮງຮຽນ​ຊັ້ນສູງ​ແລະ​ຄູ​​ໄປ​ສິດສອນ​ຢູ່​ຊົນນະບົດ.

ກົດໝາຍ​ທີ່ດັດ​ແກ້​ໃໝ່​ຍັງ​ໄດ້​ກຳນົດ​ລັກສະນະເກືອດ​ຫ້າມ​ຕໍ່​ບັນຫາເກັບ​ຄ່າ​​ ​ໂລ​ເລຢູ່​ໂຮງຮຽນ​ຊັ້ນປະຖົມ​ແລະ​ມັດທະຍົມ​ໃນ​ຫຼາຍ​ປີ​ມາ​ນີ້​,ພ້ອມ​ທັງກຳນົດວ່າ ລັດສົ່​ງ​ເສີມ​ໃຫ້ນຳ​ໃຊ້​ປຶ້ມ​ຮຽນ​​ແບບ​ໝູນ​ວຽນ.ກົດໝາຍ​ສະບັບ​ດັດ​ແກ້​ຈະ​ເລີ່​ມປະຕິບັດ​ແຕ່​ວັນ​ທີ 1 ກັນຍາ​ປີ​ນີ້​ເປັນຕົ້ນ​ໄປ.