ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 20:29:10    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ພ້ອມ​ກັນ​ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ 6 ຝ່າຍ​ຟື້ນ​ຟູ​ກອງ​ປະຊຸມ​ໂດຍ​ໄວ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 29 ມິ​ຖຸນາ, ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການຕ່າ​ງປະ​ເທດ​ຈີນກ່າ​ວວ່າ, ຝ່າຍ​ຈີນ​ຈະ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້ຊິດ​ກັບ​ບັນດາ​ຝ່າຍທີ່​ກ່ຽວຂ້ອງ​ຂອງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ, ຫວັງ​​ໃຫ້​ບັນດາ​ຝ່າຍ​ພ້ອມ​ກັນ​ຊຸກ​ຍູ້​ໃຫ້ການ​ເຈລະຈາ 6 ຝ່າຍ​ຟື້ນ​ຟູ​ກອງ​ປະຊຸມຄືນ​ໃໝ່​ໂດຍ​ໄວ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ນາງ​ຈ່ຽງອີ​ເວົ້າ​ວ່າ, ການ​ເຈລະຈາ 6 ຝ່າຍ​ບໍ່​ສາມາດ​ຟື້ນ​ຟູກອງ​ປະຊຸມ​ໃນ​ເວລາ​ດົນນານ​ນັ້ນ, ບໍ່​ສອດ​​ຄ່ອງກັບ​ຜົນ​ປະ​ໂຫຍດ​ຂອງ​ບັນດາ​ຝ່າຍ, ກໍ່​ບໍ່ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ. ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ປະຕິ​ບັດ​ຕໍ່​ບັນຫາ​ຕ່າງໆ​ທີ່​ປະກົດ​ຂຶ້ນ​ໃນ​ຂະ​ບວນການ​ເຈ​ລະ​ຈາດ້ວຍ​ທ່າ​ທີຄ່ອງ​ແຄ້ວ, ພ້ອມ​ກັນ​ຊຸກ​ຍູ້​ໃຫ້ການ​ເຈລະຈາ​ຟື້ນ​ຟູ​ກອງ​ປະຊຸມ​ຄືນ​ໃໝ່​ໂດຍ​ໄວ​ແລະ​ໄດ້​ຮັບ​ການ​ຄືບ​ໜ້າ​ໃໝ່.