ທ່ານເວີນເຈຍປາວເວົ້າວ່າ,ຈີນສຸດທີ່ເອົາໃຈໃສ່ນຳການກໍ່ສ້າງແລະການພັດທະນາຂອງລາວ
cri
Author: da
ຕາມຂ່າວCRI:ວັນທີ29ມິຖຸນາ,ຢູ່ປັກກິ່ງ,ທ່ານເວີນເຈຍປາວ ນາຍົກລັດຖະມົນ ຕີຈີນເວົ້າວ່າ,ຈີນສຸດທີ່ເອົາໃຈໃສ່ນຳການກໍ່ສ້າງແລະການພັດທະນາຂອງລາວ.
ໃນເວລາພົບປະທ່ານຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ,ທ່ານເວີນເຈຍປາວເວົ້າວ່າ,ຈີນຍິນດີບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດໃນການຄຸ້ມຄອງຫຼາຍກວ່າເກົ່າໃຫ້ລາວ,ສະໜັບສະໜູນການສ້າງສາພື້ນຖານໂຄງລ່າງຂອງລາວໂດຍຜ່ານຊ່ອງທາງສອງຝ່າຍແລະຫຼາຍຝ່າຍ,ສົ່ງເສີມໃຫ້ວິສາຫະກິດຈີນເປີດກວ້າງການລົງທຶນຢູ່ລາວ,ສືບຕໍ່ໃຫ້ການຊ່ອຍເຫຼືອຕາມຄວາມສາມາດໃຫ້ແກ່ການພັດທະນາເສດຖະກິດແລະສັງຄົມຂອງລາວ.
ທ່ານຈູມມະລີເວົ້າວ່າ,ໃນການຢ້ຽມຢາມຈີນເທື່ອນີ້,ທ່ານມີພາບປະທັບໃຈອັນເລິກເຊິ່ງຕໍ່ຜົນສຳເລັດອັນມະຫາສານທີ່ຈີນໄດ້ຮັບໃນທຸກດ້ານ,ບົດຮຽນຂອງຈີນໃນການພັດທະນາເປັນໜ້າຮ່ຳຮຽນແລະຖອດຖອນສຳລັບລາວ.
ມື້ດຽວກັນ ທ່ານເຈີນຊິ້ງຫົງ ຮອງປະທານປະເທດຈີນກໍໄດ້ພົບປະທ່ານຈູມມະລີ ໄຊຍະສອນພ້ອມດ້ວຍຄະນະຢູ່ປັກກິ່ງ.ທ່ານເວົ້າວ່າ,ຈີນຍິນດີພ້ອມກັນກັບລາວ,ຮ່ວມກັນຈັດຕັ້ງປະຕິບັດຄວາມຮັບຮູ້ຄືກັນທີ່ສຳຄັນຕ່າງໆກ່ຽວກັບການພັດທະນາການຮ່ວມມືລະຫວ່າງສອງຝ່າຍທີ່ຜູ້ນຳສູງສຸດຂອງສອງປະເທດກ້າວເຖິງຂັ້ນຕົກລົງກັນ.
|
|