ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 14:56:29    
ກົດ​ຫມາຍ​ວ່າ​ດ້ວຍ​ການ​ຕິດ​ຕາມ​ກວດ​ກາ​ຂອງ​ຈີນ​ມີ​ຫວັງ​ປະ​ກາດ​ໃນ​ປີ​ນີ້

cri Author: sayvanny
ຕາມ​ຂ່າວ CRI:ກົດຫມາຍ​ວ່າ​ດ້ວຍ​ການ​ຕິດ​ຕາມ​ກວດ​ກາ​ຂອງ​ຈີນ​ມີ​ຫວັງ​ຈະ​ປະ​ກາດ​ພາຍ​ໃນ​ປີ​ນີ້,​ນີ້​ຈະ​ເຮັດ​ໃຫ້​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ຮູ້​ຈັກ​ການ​ຕິດ​ຕາມ​ອົງ​ການ​ປົກ​ຄອງ ສານ​ແລະ​ໄອ​ຍະ​ການ​ທຸກ​ຂັ້ນ​ຢ່າງ​ຈະ​ແຈ້ງ​ກວ່າ​ເກົ່າ.

ນີ້​ແມ່ນ​​ເຈົ້າ​ຫນ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 29 ມິຖຸນາ.

ຮ່າງ​ກົດ​ຫມາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ຂອງ​ສະ​ພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​,​​ເຮັດ​ວຽກ​ຮ່າງ 10 ກວ່າ​ປີ​ແລ້ວ, ປີ 2002 ​ໄດ້​ເຂົ້າ​ສູ່​ລະ​ບຽບ​ການ​ນິ​ຕິ​ບັນ​ຍັດ.ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອະ​ພິ​ປາຍ​ຮ່າງ​ກົດ​ຫມາຍ​ສະບັບ​ນີ້, ຫວັງ​ດັດ​ແກ້​ຮ່າງ​ກົດ​ຫມາຍ​ນີ້​ໃຫ້​ຄົບ​ຖ້ວນ​ບໍລິ​ບຸນ​ຂຶ້ນ​ຕື່ມ,​ແລະ​ນຳ​ສະ​ເຫ​ນີ​ໃຫ້​ພິ​ຈາ​ລະ​ນາ​​ໂດຍ​ໄວ.