ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 14:58:48    
ທ່ານ​ຫູ​ຈິນ​ທາວ​ກ່າວ​ເນັ້ນ​ວ່າ,​ພັກ​ກອມ​ມູ​ນິດ​ຈີນ​ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ກຳ​ອຳ​ນາດ​ແລະ​ລະ​ດັບ​ການ​ນຳ​ພາ​​​ຢ່າງ​ບໍ່​ຢຸດ​ຢັງ

cri Author: da
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ເນັ້ນວ່າ,ຕ້ອງ​ຍຶດໝັ້ນການ​ກຳ​ອຳນາດຢ່າງ​ວິທະຍາສາດ ປະຊາທິປະ​ໄຕ​ແລະຕາມ​ກົດໝາຍ,ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ແລະລະດັບການນຳພາ​ຢ່າງ​ບໍ່​ຢຸດ​ຢັງ.

ທ່ານ​ຫູ​ຈິນທາວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຮ່ຳຮຽນ​ເປັນ​ໝູ່​ຄະນະ​ທີ່​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້.ທ່ານ​ເວົ້າວ່າ,ຕ້ອງ​ວາງ​ແລະ​ປະຕິບັດ​ທິດ​ສະ​ດີ​ແລະ​ແນວທາງ​ທິດ​ທາງຂອງ​ພັກຢ່າງວິທະຍາສາດ,ພະຍາຍາມ​ເຮັດ​ໃຫ້​ນະ​ໂຍບາຍ​ຕົກລົງ ​ໂດຍ​ສະ​ເພາະ​ແມ່ນ​ການ​ຕົກລົງ​ອັນສຳຄັນ​ທີ່​ກ່ຽວ​ພັນ​ກັບ​ເສດຖະກິດ​ແຫ່ງ​ຊາດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ໃຫ້​ສອດຄ່ອງ​ກັບກົດ​ເກນ​ພາວະ​ວິ​ໄສ​ແລະກົດ​ເກນ​ວິທະຍາສາດ.ຕ້ອງ​ຖື​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ອັນ​ໄພສານ​ກວ່າ​ໝູ່​ເປັນ​ຈຸດ​ເລີ່​ມຕົ້ນ​ແລະ​ຈຸດ​ຢືນ​ຂອງ​ວຽກ​ງານ​ທຸກ​ຢ່າງ,​​ເຮັດ​​ເຖິງ​ຂັ້ນການ​ໃຊ້​ສິດ​ເພື່ອ​ປະຊາຊົນ ຮັກ​ແພງປະຊາຊົນ​ແລະ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍ​ດ​​​ໃຫ້ປະຊາຊົນ.ຕ້ອງ​ປັບປຸງ​ແລະ​ເປີດ​ກວ້າງ​ປະຊາທິປະ​ໄຕ​ຢູ່ພາຍ​ໃນ​ພັກ​ຢ່າງ​ບໍ່​ຢຸດຢັ້ງ,​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ສິດ​ອຳນາດ,ຮັບປະກັນການ​ໃຊ້​ສິດ​ທີ່​ປະຊາຊົນ​ມອບ​ໝາຍ​ມານັ້ນ,ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ.