ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 15:41:13    
ປັກ​ກິ່ງ​ຈັດ​ງານ​ວາງ​ສະ​ແດງ​ຮູບ​ແຕ້ມ​ດ້ວຍ​ສີ​ນ້ຳ​ມັນ​ທີ່​ຊື່​ວ່າ"ກຳ​ແພງ​​ເມືອງ​ຈີນ​ຕ້ອນ​ຮັບ​ງານ​ກິລາ​ໂອ​ລິມ​ປິກ"

cri Author: da
ຕາມ​ຂ່າວ​ໜັງສືພິມ​ເປ​ຈິງ​ຊິງ​ນຽນ​ປ້າວ:ຮູບ​ແຕ້ມ​ຮ້ອຍ​ກວ່າ​ແຜ່ນ​ທີ່​ຖື​ກຳ​ແພງ​ຍັກ​ເປັນ​ຫົວ​ຂໍ້​ ​ເຊິ່ງ​ເປັນ​ຜົນງານຂອງນັກ​ແຕ້ມ 100 ກວ່າຄົນ​ໄດ້​ວາງສະ​ແດງ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 10 ກໍລະກົດ.

ງານ​ວາງສະ​ແດງຮູບ​ແຕ້ມທີ່​ມີ​ຫົວ​ຂໍ້​ວ່າ"ກຳ​ແພງ​ເມືອງ​ຈີນຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ" ​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ບຸນ​ວັດທະນະທຳ​ໂອ​ລິ​ມປິກ"ປັກ​ກິ່ງ​ປີ2008"ຄັ້ງທີ 4 .ຮູບ​ແຕ້ມທີ່​ວາງສະ​ແດງ​ນັ້ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນຄວາມ​ເຂົ້າ​ໃຈ​ ​ທາງ​ປະຫວັດສາດຂອງ​ນັກ​ແຕ້ມ​ຕໍ່​ກຳ​ແພງ​​ເມືອງ​ຈີນ,ທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ອວຍພອນ​ຕໍ່​ນ້ຳ​ໃຈ​ໂອ​ລິ​ມປິກ​ດ້ວຍ​ຮູບ​ການ​ສິລະ​ປະ​ອັນ​ມີ​ມູນ​ເຊື້ອ​ຂອງ​ຈີນ.

ກຳ​ແພງ​ເມືອງ​ຈີນ​ຍາວ 5 ພັນ​ກວ່າ​ກິ​ໂລ​ແມັດ,​ແມ່ນ​ກິດຈະການ​ປ້ອງ​ກັນ​ທາງ​ການ​ທະຫານ​ທີ່​​ໃຊ້​ເວລາສ້າງສາ​ດົນ​ນານ​ກວ່າ​ໝູ່​ແລະມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,​ສະ​ແດງ​ໃຫ້​ເຫັນເຫື່ອ​ແຮງ​ແລະສະຕິ​ປັນຍາ​ຂອງ​ປະຊາຊົນ​ຈີນ​,​ແມ່ນ​ສັນຍະ​ລັກ​ແລະ​ຄວາມ​​ເອກອ້າງ​ທະ​ນົງ​ໃຈຂອງ​ປະຊາ​ຊາ​ດຈີນ​.