|
ຕາມຂ່າວສານຊິນຮວາວັນທີ4ກໍລະກົດ:ນັບມາຮອດປັດຈຸບັນ,ເຄືອຂ່າຍຕິດຕາມຄຸມຄອງພາຍຸຊາຍຂອງຈີນໄດ້ປົກຫຸ້ມເຂດເກີດພາຍຸຊາຍແລະເຂດຖືກຜົນສະທ້ອນຕົ້ນຕໍໃນຂັ້ນພື້ນຖານ,ໄດ້ມີສະຖານີຕິດຕາມວັດແທກ73ແຫ່ງ..
ຫວ່າງມໍ່ໆນີ້,ບຸກຄົນທີ່ກ່ຽວຂ້ອງຂອງກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນກ່າວວ່າ,ຈີນຈະສັບຊ້ອນຊັບພະຍາກອນຕື່ມອີກບົດພື້ນຖານການຕິດຕາມວັດແທກພາຍຸຊາຍທີ່ມີຢູ່ແລ້ວ,ສ້າງເຄືອຂ່າຍຕິດຕາມວັດແທກພາຍຸຊາຍຂອງຊາດທີ່ມີປະສິທິຄຸນສົມບູນແລະຊົມໃຊ້ຂໍ້ມູນນຳກັນເທື່ອລະກ້າວ.ໃນມໍ່ໆນີ້,ລັດຈະຂ້ຽວເລັ່ງສ້າງເຄືອຂ່າຍຕິດຕາມວັດແທກພາຍຸຊາຍຂອງນະຄອນປັກກິ່ງແລະເຂດອ້ອມຂ້າງ,ສ້າງກົນໄກເຕືອນໄພພາຍຸຊາຍ,ຍາດແຍ່ງຫຼຸດຄວາມເສຍຫາຍບ້ອນພາຍຸຊາຍໃຫ້ໜ້ອຍທີ່ສຸດ,ສະໜອງສິ່ງຮັບປະກັນທີ່ໄວ້ໃຈໄດ້ໃຫ້ແກ່ງານກິລາໂອລິມປິກປັກປັ່ງປີ2008.
ຕາມໄດ້ຊາບ,ແຕ່ປີ2000ເປັນຕົ້ນມາ,ກົມໃຫຍ່ລະນຸລັກສິ່ງແວດລ້ອມແຫ່ງຊາດຈີນໄດ້ເລິ່ມສ້າງຕັ້ງລະບົບຕິດຕາມວັດແທກພາຍຸຊາຍທີ່ມີລະດັບອັດຕະໂນມັດອ່າວສູງຢູ່ພາກຕາເວັນຕົກສຽງເໜືອ,ພາກເໜືອແລະພາກຕາເວັນອອກສຽງເໜືອຂອງຈີນທີ່ເປັນເຂດທີ່ເກີດພາຍຸຊາຍຫຼາຍ.
|