ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 10:58:25    
ຈີນ​ຈະ​ສ້າງ​ລະ​ບອບ​ສັດ​ທາ​ດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ກໍລະກົດ, ທ່ານ​ສີກ​ວ້ນ​ຮວາ ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ​ໂດຍ​ແນ​ໃສ່​ການ​ກະທຳ​ທີ່​​ຮ້ອນຮົນ, ​ຫຼື​ການກະທຳທີ່ບໍ່ດີດ້ານວິຊາການທີ່​ຂ້ອນ​ຂ້າງ​ພົ້ນ​ເດັ່ນ​ໃນ​ສະ​ເພາະ​ໜ້າ​ນີ້, ຈີນ​ຈະ​ສ້າງ​ລະບອບ​ສັດທາດ້ານ​ການ​ຄົ້ນຄວ້າ​ວິທະຍາສາດ. ລັດ​ຈະ​ສ້າງ​​ແລະ​ບູລະນະ​ສຳ​ເນົາ​ທີ່​ບັນທຶກ​ການລະ​ເມີດ​ກົດ​ລະບຽບ​ແລະ​ການ​ຜິດພາດ​ຂອງ​ອົງການ​ປະ​ເມີນ​ແລະ​ຜູ້​ຊ່ຽວຊານ​ປະເມີນ​​ນັ້ນໃຫ້​ສົມບູນ​ຂຶ້ນ.

ກ່ອນ​ໜ້າ​ນີ້, ​ໂຮງຮຽນ​ຊັ້ນສູງ​ບາງ​ແຫ່ງ​ຂອງ​ຈີນ​​ເຄີຍມີ​ການ​ກະທຳ​ບໍ່​ດີ​ດ້ານ​ວິຊາ​ການໜ້ອຍ​ໜຶ່ງ​ເຊັ່ນກ່າຍ​ເອົາ​ໝາກຜົນ​ຄົ້ນຄວ້າຂອງ​ຜູ້​ອື່ນ ​ແລະ​ເຮັດ​ປອມ​​ເປັນຕົ້ນ. ທ່ານ​ສີກ​ວ້ນຮວາ​​ເວົ້າວ່າ, ກະຊວງ​ວິທະຍາສາດ​ເຕັກ​ນິກ​ຈະ​ບູລະນະ​ລະບົບ​ການ​ປະເມີນ​ແລະການ​ຍ້ອງຍໍ​ໃຫ້ສົມບູນ​ຂຶ້ນຕື່ມ, ບູລະນະ​ການ​ຕິດ​ຕາມ​ຄຸ້ມຄອງ​ຄ່າໃຊ້ຈ່າຍ​ດ້ານວິ​ທະ​ຍາ​ສາດ​ເຕັກນິກ, ປົວແປງ​ການກະທຳ​ບໍ່ດີດ້ານ​ວິຊາການ​ຈາກ​ໂຄງລະ​ບອບແລະ​ກົນໄກ.