ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 18:38:07    
ຜູ້​ແທນ​ຂອງ​38​ປະ​ເທດ​ແລະ​ເຂດ​ແຄວ້ນ​ຈະ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້​ຄັ້ງ​ປະ​ຖົມ​ມະ​ເລີກ

cri
ຕາມຂ່າວ​ສານ​ຊີນຮວາ,​ວັນ​ທີ6ກໍ​ລະກົດ​ຢູ່​ທີ່​ປັກ​ກິ່ງ,​ຈີນ​ຈະ​ໄຂ​ກອງ​ປະຊຸມ​ສະ​ຖາ​ບັນ​ຂົງ​ຈື້​ຄັ້ງ​ປະ​ຖົມ​ມະ​ເລີກ.​ຜູ້​ແທນ​ຂອງ​ສະ​ຖາ​ບັນຂົງຈື້​ແລະ​ຫ້ອງ​ຮຽນ​ຂົງຈື້​ຂອງ​38​ປະ​ເທດ​ແລະ​ເຂດ​ແຄວ້ນ​ຈະ​ເຕົ້າ​ໂຮມ​ກັນ,​ພ້ອມ​ກັນ​ຊອກ​ຄົ້ນ​ຊ່ອງ​ທາງ​ເຜີຍ​ແຜ່​ພາ​ສາ​ແລະ​ວັດທະ​ນະ​ທຳ​ຂອງ​ຈີນ.

ຕາມ​ໄດ້​ຊາບ,​ກອງ​ປະ​ຊຸມ​ຈະ​ໄຂ​ເປັນ​ເວລາ​ສອງ​ມື້,​ແມ່ນ​ກອງ​ປະຊຸມ​ລະ​ດັບ​ໂລກ​ຄັ້ງ​ທຳ​ອິດ​ແຕ່​ຈີນ​ຕັ້ງ​ສະ​ຖາ​ບັນ​ຂົງ​ຈື້ຢູ່​ພົ້ນ​ທະ​ເລ​ເປັນ​ຕົ້ນ​ມາ,​ແຕ່​ເທື່ອ​ນີ້​ເປັນ​ຕົ້ນໄປ​ມີ​ແຜນ​ຈະ​ຈັດ​ຂຶ້ນ​ປີ​ລະ​ເທື່ອ.​ຜູ້​ແທນທັງ​ຫຼາຍ​ຈະຖື​ໂອກາດ​ໄຂກອງ​ປະຊຸມ​ຄັ້ງ​ນີ້,​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ຕັ້ງ​ສະ​ຖາບັນ​ຂົງ​ຈື້,​ເຮັດ​ໃຫ້​ການ​ໝູນ​ເດີນ​ແລະ​ຄຸ້ມ​ຄອງ​ສະ​ຖາ​ບັນ​ຂົງຈື້​ເປັນ​ແບບ​ສະ​ບັບ​ກວ່າ​ເກົ່າ,​ຍິ່ງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຜູ້​ຮຽນ​ພາສາ​ຈີນ​ຢູ່​ແຫ່ງ​ຕ່າງໆ.

ຫຼັງ​ຈາກ​ເຂົ້າ​ສູ່​ສະຕະ​ວັນ​ທີ21​ແລ້ວ,​ຢູ່​ພົ້ນ​ທະ​ເລ​ໄດ້ມີ​ຄວາມ​ກະຕື​ລື​ລົ້ນ​ນັບ​ມື້​ນັບ​ຫຼາຍ​ໃນ​ການ​ຮຽນ​ພາສາ​ຈີນ,​ນັບ​ມາຮອດ​ປັດຈຸ​ບັນ,​ຢູ່36​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ລົງ​ມື​ສ້າງ​ສະ​ຖາ​ບັນ​ຂົງຈື້​ແລະ​ຫ້ອງ​ຮຽນ​ຂົງຈື້​80ຫຼັງ.​ສະຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຢູ່​ພົ້ນ​ທະ​ເລ,​ຜູ້​ຮຽນ​ພາ​ສາ​ຈີນ​ດ້ວຍ​ຮູບ​ການ​ຕ່າງໆ​ໄດ້​ລື່ນ​ກາຍ​30ລ້ານ​ຄົນ.