ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 15:33:33    
ລັດຖະບານ​ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສືບ​ຕໍ່​ສະໜັບ​ສະ​ໜູນ​ການ​ພັດທະນາ​ຂອງ​ສະ​ຖາ​ບັນ​ຂົງຈື້​ເພື່ອຕອບ​ສະ​ໜອງຄວາມ​ຕ້ອງການ​ຂອງ​ຜູ້​ຮຽນ​ພາສາ​ຈີນ​ຢູ່​ຕ່າງປະ​ເທດ

cri

ຕາມ​ຂ່າວcri:ວັນ​ທີ6 ກໍລະກົດ,ກອງ​ປະຊຸມ​ສະ​ຖາ​ບັນຂົງຈື້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ລັດຖະບານ​ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ,ຈະ​ສະໜັບສະໜູນ​ວຽກງານ​ຂອງ​ສະ​ຖາ​ບັນ​ຂົງຈື້​ຕາມ​ຄວາມ​ສາມາດຂອງ​ຕົນ,ສະໜອງ​ຄວາມ​ສະດວກຫຼາຍ​ກວ່າ​ເກົ່າ​ໃຫ້​ຜູ້​ຮຽນ​ພາສາ​ຈີນ​ຢູ່​ຕ່າງປະ​ເທດ.

ຄຽງຄູ່​ກັບ​ກຳລັງສັງ​ລວມ​ແຫ່ງ​ຊາດ​ແລະ​ຖານະ​ສາກົນ​ຂອງ​ຈີນ​ໃນ​ໂລກ​ເພີ່ມ​ຂຶ້ນ,ຊາວ​ຕ່າງປະ​ເທດ​ຢາ​ກ​ຮຽນ​ພາສາ​ຈີນນັ້ນ​ນັບ​ມື້​ນັບ​ສູງ​ຂຶ້ນ​ຢ່າງ​ໄວ​ທີ່​ສຸດ.ປີ2002,ຈີນ​ເລີ່​ມຕັ້ງ​ອົງການ​ເຜີຍ​ແຜ່​ພາສາ​ຈີນຢູ່​ຕ່າງປະ​ເທດ,ຈາກ​ນັ້ນ​ມາ,ອົງການ​ນີ້​ຕັ້ງວ່າ​ສ​ະຖາ​ບັນ​ຂົງຈື້ຢ່າງ​ເປັນ​ທາງ​ການ.ນັບ​ຮອດ​ປັດຈຸບັນ,​ໄດ້​ມີ​ສະ​ຖາ​ບັນ​ຂົງຈື້80​ແຫ່ງ​ຕັ້ງ​ຢູ່36ປະ​ເທດ​ແລະ​ພາກ​ພື້ນ​ແລ້ວ.

ກອງ​ປະຊຸມ​ສ​ະຖາ​ບັນ​ຂົງຈື້ທີ່​ດຳ​ເນີນ2ມື້​ແມ່ນ​ກອງ​ປະຊຸມ​ທົ່ວ​ໂລກ​ຄັ້ງ​ປະຖົມມະ​ເລີກ​​ແຕ່​ຈີນ​ຕັ້ງ​ສະ​ຖາ​ບັນ​ຂົງຈື້ຢູ່ຕ່າງປະ​ເທດ​ເປັນຕົ້ນ​ມາ,ກອງ​ປະຊຸມ​ໄດ້​ເຊີນ​ຜູ້​ແທນ​ເກືອບ500ຄົນຂອງແຫ່ງຕ່າງໆຂອງໂລກ,ພວກເພິ່ນ​ຈະ​ແລກປ່ຽນ​ກ່ຽວກັບການໝູນເດີນຂອງ​ສະຖາ​ບັນ​ຂົງຈື້.