ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-08 17:16:19    
ຈີນ​ເປີດ​ສະ​ຖາ​ບັນ​ຂົງຈື້​ທາງ​ອິດ​ເຕີ​ເນັດ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 8 ກໍ​ລະ​ກົດ, ສະຖານ​ບັນ​ຂົງຈື້​ທາງ​ອິນ​ເຕີ​ເນັດ​ໄດ້​ເປີດ​ໃຊ້​ຢູ່​ທີ່​ປັກ​ກິ່ງ.

ສະ​ຖາ​ບັນ​ຂົງ​ຈື້​ທາງ​ເນັດ​ທີ່​ສ້າງ​ໂດຍ​ມະຫາວິທະຍາ​ໄລສ້າງ​ຄູ​ປັກ​ກິ່ງ ​ໂຮງຮຽນ​ຊັ້ນສູງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ. ​ໃຊ້​ເຕັກນິກ​ໃໝ່​ທາງ​ອິນ​ເຕີ​ເນັດ, ຜ່ານ​ວີ​ດີ​ໂອ​ແລະ​​ໂອ​ດີ​ໂອສະໜອງ​ຫ້ອງ​ຮຽນສົມມຸດ​ໃຫ້​​ແກ່​ຜູ້​ຮຽນ, ​ໄດ້​ເປີດ​ປ່ອງຢ້ຽມ​ໃໝ່​ໃຫ້​ແກ່​ເພື່ອນມິດ​ຂອງ​ປະ​ເທດ​ຕ່າງໆ​​ໃນ​ໂລກຮຽນ​ພາສາ​ຈີນ​ແລະ​ສຳ​ຜັດ​ວັດ​ທະນະ​ທຳ​ຈີນ.

ຄຽງ​ຄູ່​ກັບ​ກຳລັງ​ສັງ​ລວມ​ແລະ​ຖານະ​ສາກົນ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ, ຄວາມ​ຕ້ອງການ​ຮຽນ​ພາສາ​ຈີນ​ຢູ່​ຕ່າງປະ​ເທດ​ໄດ້​ເພິ່ມຂຶ້ນ​ຢ່າງ​​ໄວວາ. ປີ 2002, ຈີນ​ໄດ້​ເລີ່​ມສ້າງ​ອົງການ​ເຜີຍ​ແຜ່​ພາສາ​ຈີນ​ຢູ່​ຕ່າງປະ​ເທດ, ພາຍ​ລຸນ​ມາ, ອົງການ​ດັ່ງກ່າວ​ໄດ້​ຕັ້ງ​ຊື່​ເປັນ​​ສະ​ຖາ​ບັນ​ຂົງຈື້ຢ່າງ​ເປັນ​ທາງ​ການ. ນັບ​ມາ​ຮອດ​ປັດຈຸບັນ, ​ໄດ້​ມີ​ສະ​ຖາ​ບັນ​ຂົງຈື້ 80 ຫຼັງສ້າງ​ຢູ່ 36 ປະ​ເທດ​ແລະ​ເຂດ​ແຄວ້ນ, ຈຳນວນ​ຄົນ​ຮຽນ​ພາສາ​ຈີນ​ຢູ່​ຕ່າງປະ​ເທດ​ມີ 30 ກວ່າ​ລ້ານ​ຄົນ.