ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-08 18:04:22    
ດິນຊາຍ​ອ້ອມ​ຂ້າງ​ນະ​ຄອນ​ປັກ​ກິ່ງ​ໄດ້​ຫຼຸດ​ລົງ​ເກືອບ 1 ​ແສນ 6 ໝື່ນ​ເຮັກ​ຕາ​ໃນ 5 ປີ​ມາ​ນີ້

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນ 5 ປີ​ທີ່​ຜ່ານ​ມາ, ​ເນື້ອ​ທີ່​ດິນຊາຍ​ຢູ່​ເຂດປົວ​​ແປງ​ແຫຼ່ງພາ​ຍຸ​ດິນຊາຍ​ຢູ່​ປັກ​ກິ່ງ​ແລະ​ທຽນ​ສິນ​ໄດ້ຫຼຸດໜ້ອຍລົງ​ເກືອບ 1 ​ແສນ 6 ໝື່ນ​ເຮັກຕາ, ດິນຊາຍ​ຢູ່​ໜ້າດິນ​ທີ່​ກະທົບ​ເຖິງ​ນະຄອນ​ປັກ​ກິ່ງ​ໄດ້​ຖືກ​ສະກັດ​ກັ້ນຢ່າງ​ບັງ​ເກີດ​ຜົນ.

ຂ່າວດັ່ງກ່າວແມ່ນ​ເຈົ້າໜ້າ​ທີ່​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້.

ປີ 2002, ​ເພື່ອ​ປົວ​ແປງ​ສິ່ງ​​ແວດ​ລ້ອມ​ຊີວະ​ພາບ​ຂອງ​ນະຄອນຫຼວງປັກ​ກິ່ງ​ແລະ​ນະຄອນ​ທຽນ​ສິນ ​ເມືອງ​ໃຫຍ່ທີ່​ຢູ່​ມໍ່​ປັກ​ກິ່ງ​, ຈີນ​​ໄດ້​ເລີ່ມປະຕິບັດກິດຈະການ​ປົວ​​ແປງ​ແຫຼ່ງພາຍຸ​ດິນຊາຍ​ປັກ​ກິ່ງທຽນ​ສິນ​​ເປັນ​ເວລາ 10 ປີ, ບໍລິ​ເວນ​ກ່ຽວ​ພັນ​ເຖິງ​​ເຂດ​ສ່ວນ​ໜຶ່ງ​ຂອງປັກ​ກິ່ງ ທຽນ​ສິນ ​ແຂວງ​ເຫີ​​ເປ ​​ແຂວງ​ຊ່ານ​ຊີ່​ແລະ​ເຂດ​ມົງກູ​ໄນ​ເປັນຕົ້ນ. ປະຈຸ​ບັນ, ກິດຈະການ​ດັ່ງກ່າວ​ໄດ້​ສ້າງ​ປ່າ 4 ລ້ານ​ກວ່າ​ເຮັກຕາ​ແລ້ວ, ​​ຢູ່ແຂວງ​ຊ່ານ​ຊີ່​ແລະ​ເຂດ​ມົງກູ​ໄນ​ປົກຄອງ​ຕົນ​ເອງ​ເປັນຕົ້ນທີ່​ຢູ່​ອ້ອມ​ແອ້ມ​ນະຄອນ​ປັກ​ກິ່ງ​ທຽນ​ສິນ​, ອັດຕາມີ​ປ່າ​ໄມ້​ແລະ​ຫຍ້າ​ປົກ​ຫຸ້ມ​ໄດ້​ເພີ່ມ​ຂຶ້ນ 2 ຫາ 3 ​ເທົ່າ​ຂຶ້ນ​ໄປ, ສະພາບ​ຊີວະພາບໄດ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.