ທີ່ດິນເກືອບ 6 ແສນເຮັກຕາຢູ່ພາກເໜືອຂອງຈີນໄດ້ປະຕິບັດການປູກຝັງແບບຮັກສາຂອງຊາດ
cri
Author: mo
ຕາມຂ່າວສານຊີນຮວາ: ຫວ່າງມໍ່ໆນີ້, ຢູ່ນະຄອນທຽນສິນ, ເຈົ້າໜ້າທີ່ກະຊວງກະສິກຳຈີນເຜີຍໃຫ້ຮູ້ວ່າ, ທີ່ດິນເກືອບ 6 ແສນເຮັກຕາຢູ່ພາກເໜືອຂອງຈີນໄດ້ປະຕິບັດການປູກຝັງແບບຮັກສາຂອງຊາດແລ້ວ. ພາຍໃນ 5 ປີຂ້າງໜ້າ, ຈີນຍັງຈະສ້າງເຂດປູກຝັງແບບຮັກສາປະມານ 2 ລ້ານ 1 ແສນເຮັກຕາຢູ່ເຂດພາກເໜືອ.
ການປູກຝັງແບບຮັກສາແມ່ນໃຊ້ເສດເຟືອງປົກຫຸ້ມໜ້າດິນ, ຫຼຸດການຄາດໄຖ, ທະແນມແຕ່ສາມາດຮັບປະກັນໃຫ້ແນວພັນແຕກໜໍ່ໄດ້ກໍພໍແລ້ວ, ຕົ້ນຕໍແມ່ນໃຊ້ຢາປາບສັດຕູພືດມາຄວບຄຸມວັດຊະພືດແລະສັດຕູພືດ. ເຕັກນິກດັ່ງກ່າວສາມາດເພີ່ມຄວາມສາມາດຕ້ານຄວາມແຫ້ງແລ້ງແລະປະຢັດນ້ຳຂອງທີ່ດິນ, ເຮັດໃຫ້ຟູ່ນລະອອງຢູ່ໄຮນາຫຼຸດໜ້ອຍລົງ. ຕົ້ນຕໍໃຊ້ສຳລັບການຜະລິດພືດກະສິກຳແລະການປູກຫຍ້າລ້ຽງສັດຢູ່ເຂດແຫ້ງແລ້ງແລະເຄິ່ງແຫ້ງແລ້ງຂອງຈີນ, ແມ່ນພາຫະນະສຳຄັນແຫ່ງການພັດທະນາແບບຍືນຍົງຂອງກະສິກຳ.
|
|