ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-09 18:43:43    
ການ​ຝຶກຊ້ອມປີ 2006 ດ້ານ​ການ​ບໍລິ​ການ​ອຸຕຸ​ນິຍົມ​ແກ່​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ເລີ່ມ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ກໍລະກົດ, ການ​ເຄື່ອນ​ໄຫວ​ຝຶກ​ຊ້ອມປີ 2006 ດ້ານການ​ບໍລິການ​ອຸຕຸນິຍົມ​ແກ່​ງານ​ກິລາ​ໂອ​ລິ​ມປິກຂອງ​ຂະ​ແໜງ​ການ​ອຸຕຸນິຍົມ​ຈີນ​ທີ່​ກະກຽມ​ມາ​ດົນ​ແລ້ວ​ນັ້ນໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ.

ຕາມ​ຊາບ​ວ່າ, ການ​ເຄື່ອນ​ໄຫວ​ຝຶກຊ້ອມ​ປີ 2006 ດ້ານ​ການບໍລິ​ການ​ອຸຕຸນິຍົມ​ແກ່​ງານ​ໂອ​ລິ​ມປິກ​ແບ່ງ​ອອກ​ເປັນ​ສອງ​ໄລຍະ​, ​ໄລຍະ​ທີ​ໜຶ່ງ​ແມ່ນ​ຝຶກ​ຊ້ອມ​ແບບ​ສົມມຸດ, ລວມທັງ​ການ​ຝຶກ​ຊ້ອມ​ການ​ບໍລິກາ​ອຸຕຸນິຍົມ​ໃນ​ພິທີ​ເປີດ​ສາກ​ແລະ​​ໃນ​ເວລາ​ແຂ່ງຂັນ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 12 ກໍລະກົດ, ການ​ຝຶກຊ້ອມ​ດ້ານອຸຕຸນິຍົມ​ແກ່​ການ​ແລ່ນ​ຕໍ່​ແຮງ​ດ້ວຍ​ທວນ​ໄຟ, ​ແລະ​ການ​ຮັບປະກັນ​ດ້ານອຸຕຸນິຍົມ​​ໃນ​ການຮັບ​ມື​ກັບ​ເຫດການ​ສາທາລະນະ​ທີ່​ເກີດ​ຂຶ້ນ​ກະທັນຫັນ​ເປັນຕົ້ນ, ​ໄລຍະ​ທີ​ສອງ​ແມ່ນ​ປະສານ​ສົມທົບ​ກັບ​ການ​ຝຶກ​ຊ້ອມ​ຕົວ​ຈິງຂອງ​ການ​ແຂ່ງຂັນຫຼາຍລາຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ໜ້າ.

ທ່ານ​ເຊ້ຜູ ຜູ້​ບັນຊາ​ການ​ຢູ່​ກັບ​ບ່ອນ​ຂອງ​ການ​ຝຶກ​​ຊ້ອມ​ເທື່ອ​ນີ້ ຫົວໜ້າ​ກົມ​ອຸຕຸນິຍົມ​ປັກ​ກິ່ງ​ເວົ້າວ່າ, ​ແຕ່​ໃດ​ມາ, ການ​ແຂ່ງຂັນ ​ໄລຍະ​ແຂ່ງຂັນ ​ແລະ​ຜົນງານ​ຂອງ​ງານກິລາ​ໂອ​ລິ​ມປິກ​ລ້ວນ​ແຕ່​ກ່ຽວ​ພັນ​ກັບ​ດິນ​ຟ້າອາກາດ​ຢ່າງ​ໃກ້​ຊິກ. ​ໃນ​ໄລຍະ​ຝຶກ​ຊ້ອມ, ຂະ​ແໜງ​ການ​ອຸຕຸນິຍົມ​ຈະ​ຕິດຕາມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ​ຢ່າງ​ໃກ້​ຊິກ, ​ຕັ້ງໜ້າເຮັດ​ວຽກ​ເຕືອນ​ໄພ​ແລະ​ພະຍາກອນ​ອາກາດ​ໃຫ້​ດີ, ພະຍາຍາມ​ຍົກ​ຄວາມ​ສາມາດ​ພະຍາກອນ​ໃຫ້​ສູງ​ຂຶ້ນ.