ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 17:17:23    
ຈີນອາດ​ມີ​ຄົນ​ຕາຍ​ຍ້ອນ​ຕິດ​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​​ໃນ​ປີ2003

cri Author: da
ຕາມ​ຂ່າວ​CRI: ວັນ​ທີ10ກໍ​ລະ​ກົດ ຢູ່​ປັກ​ກິ່ງ,​ທ່ານ​​​ເໝົາ​ຊຸນ​ອ່ານ ​ໂຄສົກ​ກະຊວງ​ສາທາລະນະ​ສຸກ​ຈີນຢືນ​ຢັນ​ວ່າ,ໃນ​ປີ2003 ຈີນ​ກໍອາດ​ມີ​ຄົນ​ຕາຍ​ຍ້ອນ​ຕິດ​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ,​ແຕ່​ວຽກ​ງານຢືນຢັນ​ຕື່ມ​ກຳລັງ​ດຳ​ເນີນ​ຢູ່.

ຕາມ​ແນະນຳ​ວ່າ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ພະນັກງານ​ຄົ້ນຄວ້າຈີນ​ສ່ວນ​ໜຶ່ງ​ໄດ້​ລົງພິມ​ບົດ​ຄວາມ​ກ່າວ​ວ່າ,​ໃນ​​ເວລາ​ຄົ້ນ​ຄວ້າ​ຕົວ​ຢ່າງ​ຜູ້ຕາຍ​ທີ່​ບໍ່​ຮູ້​ສາ​ເຫດຜູ້​ໜຶ່ງ​​​ໃນປີ2003,ຄົນ​ຜູ້​ນີ້​ອາດ​ຈະ​ຕາຍ​ຍ້ອນ​ຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ.ຄົນ​ນີ້​ແມ່ນ​ທະຫານ,​ເຂົ້າ​ໂຮງ​ໝໍ​ທີ່​ປັກ​ກິ່ງ​ຍ້ອນ​​ເປັນ​ວັນນະ​ໂຣກ​ເມື່ອ​ເດືອນ​ພະຈິກ​ປີ2003,​ແລ້ວ​ຕາຍ​ຍ້ອນ​ອາການ​ເຈັບ​ຮ້າຍ​ແຮງ​ຂຶ້ນ.ການ​ບົ່ງມະຕິ​ໃນ​ຄາວ​ນັ້ນ​ໄດ້​ປັດ​ປ່າຍ​ຄວາມ​ອາດ​ສາມາດການ​ຕາຍ​ຍ້ອນຕິດ​ເຊື້ອ​ພະຍາດ​ຊາສ໌​,​ແຕ່​ສາ​ເຫດການ​ຕາຍບໍ່​ຮູ້​ຄັກ.

ທ່ານ​ເໝົາ​ຊຸນ​ອ່ານ​ເວົ້າວ່າ,ປະຈຸ​ບັນ,ຈີນ​ໄດ້​ຈັດຕັ້ງ​ຫ້ອງທົດ​ລອງອີກ​ແຫ່ງ​ໜຶ່ງ​ມາກ​ວດກາ​ຕົວຢ່າງ​ດັ່ງກ່າວ,ຜົນ​ການ​ກວດກາຈະ​ປະກາດ​ຢ່າງທັນການໃນ​ຂ້າງ​ໜ້າບໍ່​ດົນ.