ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 20:42:33    
ຜູ້ນຳ​ກູ​ບາ​ກ່າວ​ລື້​ມວ່າ​ຄັດຄ້ານທຸກ​ກົນ​ອຸບາຍທີ່​ໃຫ້"​ໄຕ້​ຫວັນ​ເປັນ​ເອກະລາດ"

cri Author: da
ຕາມ​ຂ່າວCRI:ວັນ​ທີ10ກໍລະກົດ ຢູ່​ປັກ​ກິ່ງ ທ່ານລາ​ໂຊ ກຳມະການ​ກົມ​ການ​ເມືອງ​ ​ເລຂາທິການ​ຄະນະ​ເລ​ຂາສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ ຮອງ​ປະທານ​ສະພາ​ທີ່​ປຶກສາ​ແຫ່ງ​ລັດ​ກູ​ບາ​ເວົ້າວ່າ,ຝ່າຍ​ກູ​ບາ​ຈະ​ສືບ​ຕໍ່​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ,ຄັດຄ້ານ​ທຸກກົນ​ອຸບາຍທີ່​ໃຫ້"​ໄຕ້​ຫວັນ​ເປັນ​ເອກະລາດ".

ທ່ານ​ລາ​ໂຊ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຫຼີຊາງ​ຊຸນ ກຳມະການ​ປະຈຳ​ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ.ທ່ານ​ເວົ້າວ່າ,ພັກ​ແລະ​ລັດຖະບານ​ກູ​ບາ​ຫວັງ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ວຍ​ໄມຕີ​ຈິດ​ກັບ​ພັກ​ແລະ​ລັດຖະບານ​ຈີນ​​ໃນບັນດາ​ຂົງ​ເຂດ​ແລະ​ທຸກ​ລະດັບ​ຕື່ມ​ອີກ,ສືບ​ຕໍ່ລົງ​ເລິກປະສານ​ງານ​ແລະ​​ກົມກຽວໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,ຊຸກຍູ້​ໃຫ້ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ເປັນຕົ້ນ​ໄດ້​ຮັບ​ຜົນ​ໃໝ່.

ທ່ານ​ຫຼີຊາງ​ຊຸນ​ໄດ້​ຕີ​ລາຄາ​ສູງ​ຕໍ່​ມິດຕະພາບ​ຈີນ​ກູ​ບາ,ທ່ານ​ຂອບ​ອົກ​ຂອບ​ໃຈຕໍ່​ກູບາ​ໄດ້​​ສະໜອງການ​ສະໜັບສະໜູນທີ່​ສຳຄັນ​​ໃຫ້​ຈີນ​ໃນ​ບັນຫາ​ໄຕ້​ຫວັນ​ແລະ​ບັນຫາ​ຕິ​ເບ​ດ​ເປັນຕົ້ນ,​ແລະ​ອວຍພອນ​ໃຫ້​ພັກ ລັດຖະບານ​​ແລະ​ປະຊາຊົນ​ກູ​ບາ​ຈະໄດ້​ຮັບ​ຜົນສຳ​ເລັດ​ໃຫຍ່​ຫຼວງ​ໃນ​ການ​ຊອກ​ຄົ້ນ​ເສັ້ນທາງ​ພັດທະນາ​ທີ່​ສອດຄ່ອງ​ສະພາບ​ແຫ່ງ​ຊາດ,ບັນລຸການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕົນຢ່າງ​ສືບ​ເນື່ອງ​ແລະ​ໝັ້ນທ່ຽງ.