ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-11 19:28:17    
ຝ່າຍ​ຈີນ​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ໃດໆ​ທີ່​ພາ​ໃຫ້​ສະ​ຖາ​ນະ​ການ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ເຄັ່ງ​ຕຶງ​ຂຶ້ນ

cri Author: da
ຕາມ​ຂ່າວCRI:ວັນ​ທີ 11 ກໍລະກົດ ຢູ່​ປັກ​ກິ່ງ ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຝ່າຍ​ຈີນ​ຄັດຄ້ານ​ການ​ເຄື່ອນ​ໄຫວ​ໃດໆ​ທີ່​ພາ​ໃຫ້​ສະຖານະ​ການອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ເຄັ່ງ​ຕຶງຂຶ້ນ.ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍທີ່ກ່ຽວຂ້ອງ​ຈົ່ງມີໃຈ​ເຢັນ​ແລະຄວາມ​ອົດ​ກັ້ນ,ຢ່າ​ສູ່​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້​ສະຖານະການສັບສົນຕື່ມ​ອີກ.

ທ່ານ​ນາງ​ເວົ້າວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ຍີ່ປຸ່ນ​ແລະ​ປະ​ເທດ​ອື່ນ​ມີ​ປະຕິກິລິຍາ​ເກີນຂອບ​ເຂດ​​ໃນ​ຮ່າງ​ມະຕິ​ກ່ຽວ​ກັບ​ບັນຫາ​ສປປ​ເກົາຫຼີ​ທົດ​ລອງ​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳ​ວິຖີທີ່​ສະ​ເໜີ​ຕໍ່ສະພາ​ຄວາມໝັ້ນຄົງ,ຖ້າ​ຖືກ​ຮັບຮອງ​ແລ້ວ,ຈະ​​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ກັນ​ດຸ​ເດືອດ​ຂຶ້ນ,ສະຖານະ​ການ​ເຄັ່ງ​ຕຶງຂຶ້ນ​ຕື່ມ,ທຳລາຍ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບຂອງ​ແຫຼມ​ເກົາຫຼີ​ແລະ​ພາກພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ,ທຳລາຍ​ຄວາມ​ພະຍາຍາມ​ຂອງ​ການ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ,​ແລະ​ຈະ​​ເຮັດ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ແຕກ​ແຍກ​ກັນ,ຄວນ​ປັບປຸງ​​ເນື້ອ​ໃນ​ທາດ​ແທ້ຂອງ​ຮ່າງ​ມະຕິ​ດັ່ງກ່າວ.