ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-12 20:32:21    
ຈີນ​ກັບ​ສປປ​ເກົາ​ຫຼີ​ຄວນ​ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລົງ​ສູ່​ລວງ​ເລິກ

cri

ຕາມ​ຂ່າວcri:ວັນ​ທີ12 ກໍ​ລະ​ກົດ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອູ​ປາງ​ກົວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​​ກັບສປປ​ເກົາຫຼຄວນສືບ​ຕໍ່​ຮັກສາ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ,​ເຮັດ​ໃຫ້ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ​ລົງ​ສູ່​ລວງ​ເລິກ.

ທ່ານອູປາງກົວ(ຂວາ)ພົບປະທ່ານຢາງ​ຮິງ​ຊົບ

ໃນ​ເວລາ​ພົບ​ປະ​ທ່ານ​ຢາງ​ຮິງ​ຊົບ ຮອງ​ປະ​ທານ​ຄະນະ​ປະຈຳ​ສະພາປະຊາຊົນ​ສູງ​ສຸດ​ສປປ​ເກົາຫຼີ,ທ່ານ​ອູ​ປາງ​ກົວ​ກ່າວ​ວ່າ,​​ຈີນກັບ​ສປປ​ເກົາຫຼີ​ມີ​ໄມຕີ​ຈິດ​ຕໍ່​ກັນສອດ​ຄ່ອງກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງຊາດ,ກໍ່​ມີ​ຜົນ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ລຸ​ລົ່ງກັນ​ແລະ​ປະສານ​ງານ​ກັນ,​ແລ​ກປ່ຽນ​ແລະ​ຖອດ​ຖອນ​​ບົດຮຽນ​ເຊິ່ງ​ກັນ​ແລະ​ກັນ,​ເຮັດ​ວຽກ​ຂອງ​ຕົນ​ໃຫ້ດີກ​ວ່າ​ເກົ່າ,ຊຸກຍູ້​ໃຫ້​ການ​ພົວພັນ​ລະຫວ່າງ​ຈີນ​ສປປ​ເກົາຫຼີ​ກ້າວ​ໄປ​ໜ້າ​ຕື່ມ​ອີກ,ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ​ແລະ​ພາກ​ພື້ນ.

ທ່ານ​ຢາງ​ຮີ​ງຊົບ​ກ່າວ​ວ່າ,ຝ່າຍ​ສປປ​ເກົາຫຼີ​ເອົາ​ໃຈ​ໃສ່​ມິດຕະພາບ​ລະຫວ່າງ​ສປປ​ເກົາຫຼີ​ຈີນ​ໃນ​ລະດັບ​ສູງ,​ໂດຍ​ອີງ​ຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ,ຍິນ​ດີ​ສືບ​ຕໍ່ຕັ້ງໜ້າ​ຂ​ະຫຍາ​ຍ​ການ​ພົວພັນ​​ໄມຕີ​ຈິດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ,ປົກ​ປັກຮັກສາ​ສັນຕິພາບ​ແລະ​ສ​ະຖຽນລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ແລະ​ອາຊີ​ຕາ​ເວັນອອກສຽງ​ເໜືອ.