ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 18:07:36    
ຈີນ​ຈະ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ສາ​ກົນໃນ​ຂົງ​ເຂດ​ການ​ສຶກ​ສາ​ຊັ້ນ​ສູງ​ຕື່ມ​ອີກ

cri Author: da
ຕາມ​ຂ່າວCRI:ວັນ​ທີ12ກໍລະກົດ ຢູ່​ຊຽງ​ໄຮ້ ທ່ານ​ນາງ​ເສີນ​ຈື້ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ເວົ້າວ່າ,ຈີນ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ກັບສາກົນ​ໃນ​ຂົງ​ເຂດ​ການສຶກສາຊັ້ນສູງ​ຕື່ມ​ອີກ,ບຳລຸງສ້າງຜູ້​ມີ​ຄວາ​ມຮູ້​ຄວາມ​ສາມາດ​ທີ່ປະດິດ​ສ້າງ​ໃໝ່ລະດັບ​ສູງ.

​ເວທີ​ປາ​ໄສຫົວໜ້າມະຫາວິທະຍາ​ໄລ​ຈີນ​ຕ່າງປະ​ເທດ​ຄັ້ງທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ໃນ​ມື້​ດຽວ​ກັນ,ທ່ານ​ນາງ​ເສີນ​ຈື້ລີ້​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ພິທີ​ໄຂກອງປະຊຸມ.

ທ່ານ​ນາງ​ເສີນ​ຈື້ລີ້​ຊີ້​ອອກ​ວ່າ,ປະຈຸ​ບັນ ລັດຖະບານ​ຈີນ​ພວມ​ອອກ​ແຮງ​ສ້າງສາປະເທດແບບປະດິດສ້າງໃໝ່,ພະຍາຍາມຫັນ​ຈີນ​ຈາກ​ປະ​ເທດ​ປະຊາກອນຫຼາຍກາຍ​ເປັນ​ປະ​ເທດ​ມີຊັບພະຍາກອນ​ມະນຸດຫຼາຍ.​ໃນ​ຖານ​ເປັນ​ອູ່​ບຳລຸງສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ມີ​ຄຸນ​ທາດສູງ,​ໂຮງຮຽນ​ຊັ້ນສູງ​ຂອງ​ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ສ້າງສາ​ປະ​ເທດ​ແບບ​ປະດິດ​ສ້າງ​ໃໝ່.ທ່ານ​ນາງ​ເວົ້າວ່າ,​ໂຮງຮຽນ​ຊັ້ນສູງ​ຂອງ​ຈີນ​ຈະ​​ເພີ່ມ​ທະວີ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຕື່ມ​ອີກ,ພ້ອມ​ກັບອົງການ​ຄົ້ນຄວ້າ​ແລະ​ໂຮງຮຽນ​ຊັ້ນສູງຂອງ​ຕ່າງປະ​ເທດ​ສ້າງ​ຫ້ອງ​ທົດ​ລອງຮ່ວມ​ຫຼື​ສູນ​ຄົ້ນຄວ້າ​ພັດທະນາ​ຮ່ວມ,ພ້ອມ​ກັນບຳລຸງ​ສ້າງຜູ້​ມີ​ຄວາມ​ຮູ້ຄວາມ​ສາມາດທີ່ປະດິດ​ສ້າງ​​ໃໝ່.