|
 |
(GMT+08:00)
2006-07-13 20:50:35
|
 |
ທ່ານຫູຈິນທາວຫວັງໃຫ້ຈີນກັບສະຫະພາບເອີລົບພ້ອມກັນພະຍາຍາມຊຸກຍູ້ການພົວພັນຄູ່ຂາຍຸດທະສາດຮອບດ້ານລະຫວ່າງຈີນເອີລົບຂະຫຍາຍໄປໜ້າ
cri
Author: da
ຕາມຂ່າວCRI:ວັນທີ 13 ກໍລະກົດ ຢູ່ທີ່ປັກກິ່ງ ໃນເວລາພົບປະທ່ານໂປເຣໂອ ປະທານສະພາເອີລົບ ທ່ານຫູຈິນທາວ ປະທານປະເທດຈີນໄດ້ເວົ້າວ່າ,ຫວັງໃຫ້ຈີນກັບສະຫະພາບເອີລົບພ້ອມກັນພະຍາຍາມ,ຊຸກຍູ້ການພົວພັນຄູ່ຂາຍຸດທະສາດຮອບດ້ານລະຫວ່າງຈີນເອີລົບຂະຫຍາຍໄປໜ້າ.

ທ່ານຫູຈິນທາວເວົ້າວ່າ,ແຕ່ຈີນກັບເອີລົບສ້າງການພົວພັນທາງການທູດ 31 ປີມານີ້ ການພົວພັນລະຫວ່າງສອງຝ່າຍໄດ້ຂະຫຍາຍຕົວຢ່າງຫຼວງຫຼາຍ.ຝ່າຍຈີນຍ້ອງຍໍສະຫະພາບເອີລົບຍຶດໝັ້ນນະໂຍບາຍຈີນດຽວ,ເອົາໃຈໃສ່ນຳການຂະຫຍາຍການພົວພັນລະຫວ່າງຈີນກັບເອີລົບ.ທ່ານເວົ້າວ່າ,ການຂະຫຍາຍການພົວພັນກັບເອີລົບມີຖານະສຳຄັນໃນນະໂຍບາຍທາງການທູດຂອງຈີນ.ຫວັງໃຫ້ສອງຝ່າຍເພີ່ມຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈກັນໂດຍຜ່ານການສົນທະນາແລະການແລກປ່ຽນ,ຊຳລະແກ້ໄຂຄວາມສົນໃຈຂອງໃຜລາວຢ່າງເໝາະສົມ,ເປີດກວ້າງແລະລົງເລິກດຳເນີນການຮ່ວມມືຍຸດທະສາດ,ພ້ອມກັນຊຸກຍູ້ການພົວພັນຄູ່ຂາຍຸດທະສາດຮອບດ້ານລະຫວ່າງຈີນກັບເອີລົບຂະຫຍາຍໄປໜ້າຢ່າງປອດໃສແລະລົງສູ່ລວງເລິກ.
ທ່ານໂປເຣໂອເວົ້າວ່າ,ປະຊາຊົນເອີລົບດີໃຈຫຼາຍທີ່ໄດ້ເຫັນຜົນສຳເລັດອັນໃຫຍ່ຫຼວງທີ່ຈີນຍາດມາໄດ້ໃນການພັດທະນາເສດຖະກິດສັງຄົມ,ສະພາເອີລົບຍິນດີຊຸກຍູ້ການພົວພັນລະຫວ່າງຈີນເອີລົບຂະຫຍາຍໄປໜ້າຢ່າງດີງາມກວ່າເກົ່າ.
|
|
|