ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 21:24:44    
ອິນ​ຊີ​ບູ​ຮານ​ນະ​ສະ​ຖານ​ຂອງ​ແຂວງ​ເຫີ​ນານ​ຈີນ​​ໄດ້​ຈັດ​ເປັນ​ມໍ​ລະ​ດົກ​ໂລກ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ13 ກໍລະກົດ,ກອງ​ປະຊຸມ​ມໍລະ​ດົກ​ໂລກ​ຄັ້ງ​ທີ30ທີ່​ຈັດ​ຢູ່ວິນນິວສ໌ ນະຄອນຫຼວງ​ຂອງລີ​ຕົວ​ນີ​ໄດ້ຕົກລົງ​ຢ່າງ​ເປັນ​ເອກະສັນ​ກັນ​ວ່າ,ຈັດ​​ເອົາອິນ​ຊີ ຮ່ອງຮອຍ​ລາຊະທານີ​ທ້າຍ​ສະ​ໄໝລາຊະວົງ​ຊາງ​ທີ່ຢູ່ແຂວງ​ເຫີ​ນານ​ຈີນ​ເປັນ​ມໍລະດົກ​ໂລກ​ອົງການຢູ​ເນສ​ໂກ.

ນັບ​ຮອບ​ປັດຈຸບັນ,ຮ່ອງຮອຍ​ວັດທະນະທຳ​ແລະ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ຈີນ​ທີ່​ຖືກ​ຈັດ​​ເປັນມໍລະ​ດົກ​ໂລກ,​ໄດ້​ມີ33​ແຫ່ງ​ແລ້ວ​ເປັນທີ່​ສາມ​ຂອງໂລກ.

ອິນ​ຊີ​ຕັ້ງ​ຢູ່​ເມືອງ​ອ່ານ​ຢາງ ​ແຂວງ​ເຫີ​ນານ,​ເນື້ອ​ທີ່ກວ້າງ​ປະມານ24ກິ​ໂລ​ແມັດ​​ມົນທົນ,ສະຖານ​ທີ່​ຮ່ອງຮອຍ​ລາຊະທານີ​ທ້າຍສະ​ໄໝ​ລາຊະວົງ​ຊາງ​ແຫ່ງ​ທຳ​ອິດ​ທີ່​ບັນ​ທຶກ​ໄວ້​ໃນ​ໜັງສື​ປະວັດ​ສາດ,​ແລະ​ຢືນຢັນ​ໂດຍ​ຜ່ານ​ຕົວ​ໜັງສື​ທີ່​ຄວັດ​ໃສ່ອອງ​ເຕົ່າ​​ແລະກະດູກ​ສັດແລະ​ຂຸດ​ຄົ້ນ​ທາງ​ບູຮານ​ນະ​ຄະດີ,​ ມີ​ປະຫວັດ3300ກວ່າ​ປີ​ແລ້ວ.