|
|
(GMT+08:00)
2006-07-14 20:59:24
|
|
ທ່ານອູກວ່ານເຈີ້ງຫວັງໃຫ້ຈີນລາວສືບຕໍ່ຊຸກຍູ້ການພົວພັນໄມຕີຈິດຢ່າງໜັກແໜ້ນ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ14ກໍລະກົດ ຢູ່ປັກກິ່ງ ທ່ານອູກວ່ານເຈີ້ງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນເວົ້າວ່າ,ຫວັງໃຫ້ຈີນກັບລາວສືບຕໍ່ຊຸກຍູ້ການພົວພັນໄມຕີຈິດຢ່າງໜັກແໜ້ນ.
ທ່ານອູກວ່ານເຈີ້ງແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະຄະນະທັດສະນະສຶກສາພະນັກງານຊັ້ນສູງຂອງສປປລາວທີ່ນຳໂດຍທ່ານສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີປະຈຳການຂອງລັດຖະບານ.
ທ່ານອູກວ່ານເຈີ້ງເວົ້າວ່າ,ແຕ່ຈີນລາວສ້າງສາຍສຳພັນການທູດ 45 ປີມານີ້,ຜູ້ນຳຊັ້ນສູງສອງປະເທດໄດ້ຢ້ຽມຢາມກັນຢ່າງເນື່ອງນິດ,ຄວາມໄວ້ເນື້ອເຊື່ອໃຈທາງການເມືອງກໍເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ,ການພົວພັນລະຫວ່າງຈີນລາວໃນສະເພາະໜ້ານີ້ພວມສືບຕໍ່ຢ່ວງບາດກ້າວຢ່າງໜັກແໜ້ນໄປສູ່ທິດເປັນເພື່ອນບ້ານໃກ້ເຮືອຄຽງນທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີແລະໝູ່ຄູ່ທີ່ດີ,ຝ່າຍຈີນຮູ້ສຶກດີໃຈຫຼາຍຕໍ່ເລື່ອງນີ້.
ທ່ານສົມສະຫວາດ ເລັ່ງສະຫວັດເວົ້າວ່າ,ພັກແລະລັດຖະບານລາວເອົາໃຈໃສ່ໃນລະດັບສູງຕໍ່ການພົວພັນຮ່ວມມືດ້ວຍໄມຕີຈິດຮອບດ້ານກັບຈີນ.ພາກສ່ວນແລະທ້ອງຖິ່ນຕ່າງໆຂອງລາວຍິນດີພ້ອມກັນກັບຈີນທຳຄວາມພະຍາຍາມ,ຈັດຕັ້ງປະຕິບັດຄວາມຮັບຮູ້ຄືກັນທີ່ສຳຄັນຕ່າງໆຂອງຜູ້ນຳສູງສຸດຂອງລາວກັບຈີນກ່ຽວກັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດນັ້ນໂດຍໄວ.
|
|
|