ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-14 21:05:23    
ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ

cri Author: da
ຕາມ​ຂ່າວCRI​: ທ່ານ​ຫຼີຫຸ່ຍ ຜູ້​ຊ່ອຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າຢູ່​​ປັກ​ກິ່ງ ວ່າ,ການ​ຮ່ວມ​ມື​ດ້ານພະລັງງານ​ລະຫວ່າງ​ຈີນຣັດ​ເຊຍ​ແມ່ນ​ພາກສ່ວນປະກອບທີ່​ສຳຄັນ​ຂອງການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ,ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ປະ​ເທດ,ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດທະນາພ້ອມ​ກັນ,ສ້າງ​ຄວາມສຸກ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.

ຕອນ​ເຊົ້າວັນ​ທີ14ກໍລະກົດ,ທ່ານ​ຫຼີຫຸ່ຍ​ໄດ້ນັ່ງ​ເປັນ​ແຂກ​ແວບ​ໄຊ​ຊິນ​ຮວາ,​ແລກປ່ຽນ​ຄວາມ​ເຫັນ​ກັບຊາວ​ເນັດ​ກ່ຽວ​ກັບ​ລາຍການ​ການ​ເຄື່ອນ​ໄຫວ"ປີຣັດ​ເຊຍ"ຂອງ​ຈີນ ການ​ພົວພັນ​ລະຫວ່າງ​ຈີນຣັດ​ເຊຍ​ແລະ​ບັນຫາ​ອື່ນໆ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນຣັດ​ເຊຍ,ທ່ານ​ຫຼີຫຸ່ຍ​ເວົ້າວ່າ,ການ​ສ້າງທໍ່​ສົ່ງ​ນ້ຳມັນ​ດິບ​ຈາກຣັດ​ເຊຍ​ມາ​ຫາ​ຈີນ​ແມ່ນຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ.ອີງ​ຕາມ​ແຜນການ,ທໍ່​ສົ່ງ​ນ້ຳມັນ​ດັ່ງກ່າວ​ຈະ​ເລີ່​ມ​ໃຊ້​ການຢ່າງ​ເປັນ​ທາງ​ການ​​ໃນ​ເດືອນ​ພະຈິກ​ປີ2008,ຄວາມ​ສາມາດ​ສົ່ງ​ນ້ຳມັນ​ຈະ​ບັນລຸ 30 ລ້ານ​ໂຕນຕໍ່​ປີ.ນອກ​ນີ້,ສອງ​ຝ່າຍ​​ໄດ້ຕົກລົງ​ກັນ​ວ່າ,​ແຕ່​ປີ​ນີ້​ເປັນຕົ້ນ​ໄປ ຝ່າຍຣັດ​ເຊຍ​ຈະຜ່ານ​ທາງ​ລົດ​ໄຟ​ສົ່ງ​ນ້ຳມັນ​ໃຫ້​ຈີນ​ບໍ່ໜ້ອຍກວ່າ 15 ລ້ານໂຕນຕໍ່ປີ.ປະຈຸ​ບັນ ການ​ຮ່ວມ​ມື​ກັນ​ລະຫວ່າງສອງ​ຝ່າຍ​ໃນ​ດ້ານ​ກໍ່ສ້າງ​ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ ການ​ຄ້ານ້ຳມັນ​ດິບ​ແລະ​ໄຟຟ້າ​ເປັນຕົ້ນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ.

ທ່ານ​ຫຼີຫຸ່ຍ​ຍັງ​ເວົ້າວ່າ,ການ​ພົວພັນ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໄດ້​ຮັກສາ​ທ່ວງທາ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ​​ຕະຫຼອດມາ.ການ​ພັດທະນາ​ຂອງ​ຈີນ​​​ເວົ້າສຳລັບຣັດ​ເຊຍ​ບໍ່​ແມ່ນ​ການ​ທ້າ​ທາຍ,​ແຮ່ງ​ບໍ່​ແມ່ນການ​ຂົ່ມຂູ່,ຫາກ​ແມ່ນ​ໂອກາດ.ການ​ພັດທະນາ​ຂອງຣັດ​ເຊຍ​ເວົ້າ​ສຳລັບ​ຈີນ​ກໍ​ແມ່ນ​​ໂອກາດ​ສຳຄັນ​ເຊັ່ນ​ດຽວ​ກັນ.