ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-14 21:08:54    
ທ່ານ​ເວິນ​ເຈຍ​ປາວ​ພົບ​ປະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ກຳ​ປູ​ເຈຍ

cri Author: lm

ຕາມ​ຂ່າວ cri: ວັນ​ທີ 14 ກໍລະກົດ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເວິນ​ເຈຍ​ປາວ ນາຍົກລັດຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ທ່ານ​ໂຮ​ນາມ​ຮົງ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ຂອງ​ກຳປູ​ເຈຍ​ທີ່​ມາ​ຢ້ຽມ​ຢາມ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ.

ທ່ານ​ເວິນ​ເຈຍ​ປາວ​ຊົມ​ເຊີຍ​ທ່ານ​ໂຮ​ນາມ​ຮົງ​ມາ​ຢ້ຽມຢາມ​, ຫວັງ​ຢາກຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຕື່ມ​ອີກ.

​ໂດຍ​ຕອບ​ສະໜອງ​ການ​ເຊື້ອ​ເຊີນ​ຂອງ​ທ່ານຫຼີຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ໂຮມ​ນາມ​ໄດ້​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ວັນ​ທີ 13 ກໍລະກົດ, ​ເລີ່​ມຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າວັນ​ທີ 14 ກໍລະກົດ, ທ່ານຫຼີຈ້າວ​ຊິງ​ໄດ້​ພົບ​ປະ​ໂອ​ລົມ​ກັບ​ທ່ານ​ໂຮ​ນາມ​ຮົງ. ທ່ານ​ຫຼີ​ຈ້າວ​ຊິງ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ກັບ​ກຳປູ​ເຈຍ​ໃນ​ຂັ້ນ​ສູງ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດໃຫ້ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ໂຮມ​ນາມ​ຮົງ​ໄດ້​ກ່າວ​ລື້ມ​ວ່າ ກຳປູ​ເຈຍ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍ​ບາຍ​ຈີນ​ດຽວ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກໍ່​ໄດ້​ພົບ​ປະ​ທ່ານ​ໂຮ​ນາມ​ຮົງ.