ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-17 19:33:05    
ນັກວິທະຍາສາດ​ຈີນ​ຊອກ​ຮູ້​ລາຍ​ການ​ອາ​ຫານ​ຂອງ​ເຍືອງ​ຕິ​ເບດ​ເປັນ​ຄັ້ງ​ທຳ​ອິດ

cri Author: mo
ຕາມ​ຂ່າວສາ​ນຊີ​ນຮວາ: ​ເຍືອງ​ຕິ​ເບ​ດ​ດຳລົງ​ຊີວິດ​ຢູ່​​ເຂດ​ທີ່​ສູງ​ກວ່າ​ລະດັບ​ນ້ຳ​ທະ​ເລ 5 ພັນ​ແມັດ​ຂຶ້ນ​​ໄປ. ​ໃຕ້​ເງື່ອນ​ໄຂການ​ດຳລົງ​ຊີວິດ​ອັນ​ຂີ້​ຮ້າຍ​ແນວ​ນີ້, ​ເຍື່ອງ​ຕິ​ເບ​ດ​ແມ່ນກິນ​ອາຫານ​ຫຍັງ​ຈຶ່ງ​ຢູ່​ລອດ​ໄດ້? ທັງຮັກສາ​ຄວາມ​ໄວ​​ໃນ​ການແລ່ນ​ປານ​ບິນ? ຫວ່າງ​ມໍ່ໆ​ນີ້, ນັກວິ​ທະຍາສາດ​ຈີນ​ໄດ້ຊອກ​ຮູ້​ລາຍການ​ອາຫານ​ຂອງ​ເຍືອງ​ຕິ​ເບ​ດ​ແລ້ວ, ປະ​ເພດ​ອາຫານຫຼາຍ​ເຖິງ 360 ກວ່າ​ຊະນິດ.

ເຍືອງ​ຕິ​ເບ​ດ​ແມ່ນ​ສັດທີ່​ມີ​ສະ​ເພາະ​ຢູ່ຈີນ, ຕົ້ນຕໍ​ດຳລົງ​ຊີວິດ​ຢູ່​ສາມ​ເຂດ​ສະຫງວນ​ທຳ​ມະ​ຊາດ​ຄື​ເຂດ​ຈ່ຽງຖາງ ພາກ​ເໜືອ​ຕິ​ເບ​ດ, ​ເຂດ​ເຄີ​ເຄີ​ຊີ​ລີ​ຂອງ​ແຂວງ​ຊີງ​ຫາຍ, ​ແລະ​​ເຂດ​ອາ​ເອີ​ຈິ່ນຊ່ານ​ຂອງ​ເຂດ​ຊິນ​ຈ່ຽງ, ປັດຈຸບັນ​ມີ​ປະມານ 1 ​ແສນ 5 ໝື່ນ​ໂຕ.