ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-18 10:44:56    
ຈີນ​ເພີ່ມ​ຄວາມ​ແຮງ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ມີ​ຄຸນ​ທາດ​ສູງ​ໃຫ້​ເຂດ​ຕິ​ເບດ

cri
ຕາມ​ຂ່າວສານ​ຊີນຮວາ,​ໃນ​ຫຼາຍປີ​ມາ​ນີ້,ຈີນ​ໄດ້​ເພີ່ມ​ຄວາມ​ແຮງ​ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ມີ​ຄຸນ​ທາດ​ສູງ​ໃຫ້ເຂດ​ຕິ​ເບດ.

ວັນ​ທີ17ກໍ​ລະກົດ,ພິທີ​ໄຂ​ຊຸດ​ຮຽນປະ​ລິນຍາ​ວິຊາ​ຄຸ້ມ​ຄອງ​ສາ​ທາ​ລະນະ​ຫຼື​MPA​ຊຸດ​ທຳ​ອິດ​ຂອງ​ຕິ​ເບດ​ທີ່​ເຂດ​ຕິ​ເບດ​ແລະ​ມະ​ຫາ​ວິທະ​ຍາ​ໄລ​ເຊ​ສວນ​ຮ່ວມ​ກັນ​ຈັດ​ຂຶ້ນ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ລາ​ຊາ.​ຜູ້​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມ​ງວດ​ທຳ​ອິດ​ສ່ວນ​ຫຼາຍ​ແມ່ນ​ຜູ້ທຸ​ລະ​ກິດ ຜູ້​ຄຸ້ມ​ຄອງ​ພ້ວມ​ດ້ວຍ​ພະ​ນັກ​ງານ​ທຸກ​ຂັ້ນ​ຂອງ​ວິ​ສາ​ຫະກິດ​ເຂດ​ຕິ​ເບດ.​ມື້​ດຽວ​ກັນ,​ຜູ້​ເຂົ້າ​ຮ່ວມ​ຊຸດອົບ​ຮົມ​140​ກວ່າ​ຄົນ​ຈາກ​ແຫ່ງ​ຕ່າງໆ​ຂອງ​ເຂດ​ຕິ​ເບດ​ໄດ້​ຮັບ​ໃບ​ຢັ້ງຢືນ​ປະ​ຫວັດ​ການ​ສຶກສາ​ວິຊາ​ຄຸ້ມ​ຄອງ​ທຸລະ​ກິດ​ຄື​(MBA),​10ຄົນ​ໄດ້​ຮັບປະ​ລິນຍາ​ໂທ​MBA.

ການ​ສຶກສາ​MBA​ຂອງ​ເຂດ​ຕິ​ເບດ​ເລີ່ມ​ເມື່ອ​ປີ1999.​ນັບ​ມາຮອດ​ປັດຈຸ​ບັນ,​ພະ​ແນກ​ທີ່ກ່ຽວ​ຂ້ອງ​​ໄດ້​ອົບ​ຮົມ​300​ກວ່າ​ຄົນ​ໃນ​ຊຸດ​ອົບ​ຮົມ​ເສັງ​ເອົາ​ປະ​ລິນ​ຍາ.​ຕາມ​ໄດ້​ຊາບ,​ເຂດ​ຕິ​ເບດ​ແລະ​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ເຂດ​ໃນ​ຍັງ​ຈະ​ສ້າງ​ຖານ​ສຶກສາ​ອົບ​ຮົມ​ພະນັກ​ງານ,​ມີ​ແຜນ​ຈະ​ອົບ​ຮົມ​ພະ​ນັກ​ງານ​ຢູ່​ໃນ​ຕຳ​ແໜ່​ງຂອງ​ຕິ​ເບດ​ເກືອບ​2000​ຄົນ​ພາຍ​ໃນ5ປີ.