ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-19 16:54:12    
ລະ​ບົບ​ປະ​ຍຸກ​ຂອງ​​ກິດຈະ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ຈະ​ອອກ​ແຮງ​ການ​ສ້າງ​ລະ​ບົບ​ຫ້ອງ​ທົດ​ລອງ​ເທິງ​ອະ​ວະ​ກາດ

cri Author: sayvanny
ຕາມ​ຂ່າວ CRI: ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຈີນ​ຈະ​ເພີ່ມ​ທະວີ​ການຄົ້ນ ຄວ້າ​ກ່ຽວ​ກັບ​ລະ​ບົບ​ຫ້ອງ​ທົດ​ລອງ​ເທິງ​ອະ​ວະ​ກາດ,​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ແຜນ​ການ​ປະຍຸກ​ອະ​ວະ​ກາດ​ຂອງ​ກິດ​ຈະ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ.

ທ່ານ​ກູ້​ອີ​ຕົງ ຊ່າງ​ອອກ​ແບບ​ໃຫຍ່​ຂອງ​ລະ​ບົບ​ປະ​ຍຸກ​ໂຄງ​ການ​ການບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ເຜີຍ​ໃຫ້​ຮູ້​ຂ່າວ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ອະ ວະກາດ​ໂລກ​ຄັ້ງທີ 36 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 19 ກໍ​ລະ​ກົດ.

ທ່ານ​ເວົ້າ​ວ່າ, ຈີນ​ໄດ້​ດຳ​ເນີນ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ສອງ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ອັນ​ໄດ້​ຊຸກ​ຍູ້​ວິ​ທະ​ຍາ​ສາດ​ອະ​ວະ​ກາດ​ແລະ​ເຕັກ​ນິກ​ປະຍຸກ​ອະ​ວະ​ກາດ​ຂອງ​ຈີນ​ໃຫ້​ກ້າວ​ໄປ​ຫນ້າ.ຕໍ່​ໄປ​ພາຍ​ຫນ້າ,ນັກ​ຄົ້ນ​ຄວ້າ​ວິ ທະ​ຍາ​ສາດ​ຂອງ​ຈີນ​ຈະ​ທຸ່ມ​ເຫື່ອ​ເທ​​ແຮງ​ຄົ້ນ​ຄວ້າ​ສ້າງ​ຫ້ອງ​ທົດ​ລອງ​ເທິງ​ອະ ວະ​ກາດ​ທີ່​ມີ​ອາຍຸ​ໃຊ້​ງານ​ແນ່ນອນ,​ໃຫ້​ຄົນ​ດຳ​ລົງ​ຊີ​ວິດ​ແລະ​ເຮັດ​ວຽກ​ໄດ້ເປັນ​ເວລາ​ສັ້ນ​ແລະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ​ໄດ້.ສະ​ນັ້ນ, ຈີນ​ມີ​ແຜນ​ດຳ​ເນີນ​ການ​ທົດ​ລອງ​ແລະ​ຢັ່ງ​ແທກ​ທາງ​ວິ​ທະ​ຍາ​ສາດ​ອະ​ວະ​ກາດ ​ແລະ​ທົດ​ລອງ​ເຕັກ​ນິກ​ໃຫມ່​ທີ່​ຄົນ​ເຂົ້າຮ່ວມ ແລະຄວບ​ຄຸມ​ທາງ​ຫນ້າ​ດິນ, ລວມ​ທັງ​​ລົງ​ເລິກ​ການ​ຄົ້ນ​ຄວ້າ​ຊີ​ວະ​ສາດ​ພື້ນ​ຖານ​ເທິງ​ອະ​ວະ​ກາດ;ຄົ້ນ​ຄວ້າ​ແລະ​ຜະລິດ​ເຄື່ອງ​ສັງ​ເກດ​ຢັ່ງ​ແທກ​ຫນ່ວຍ​ໂລກ​ທີ່​ມີ​ພາບ​ຊັດ​ເຈນ​ກວ່າ​ເກົ່າ​ແລະ​ແມ່ນ​ຢຳ​ກວ່າ​ເກົ່າ.