ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-19 18:42:10    
ຊາວ​ເນັດ​ຂອງ​ຈີນ​ມີ​123​ລ້ານ​ຄົນ

cri Author: wu

ຕາມ​ຂ່າ​ວສານ​ຊິນ​ຮວາ:ບົດ​ລາຍ​ງານ​ສະຖິຕິທີ່ສູນ​ຂໍ້​ມູນ​ຂ່າວ​ສານ​ອິນ​ເຕີ​ເນັດ​ຈີນ​ປະກາດ​ໃນວັນ​ທີ19​ກໍ​ລະ​ກົດສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ວັນ​ທີ30​ມິຖຸນາ,ຊາວ​ເນັດຂອງຈີນ​ໄດ້​ມີ123ລ້ານ​ຄົນ,​ເພິ່ມ​ຂຶ້ນ​ປະ​ມານ20%​ເມື່ອທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນວ່າ,ຊາວ​ຈີນ​ໃຊ້​ອິນ​ເຕີ​ເນັດ​ນັບ​ມື້​ນັບ​​ເນື່ອງນິດ​ຂຶ້ນ,​ການ​ລຶກສາ​ທາງອິນ​ເຕີ​ເນັດ​ແລະການ​ປະກາດ​ຮັບ​ຜູ້ສະໝັກ​ທາງູ​ອິນ​ເຕີ​ເນັດ​ຖືກຊາວ​ຈີນ​​ເປັນ​ໝື່ນ​ເປັນ​ລ້ານຄົນ​ນຳ​ໃຊ້ເລື້​ອຍໆ.​ເມື່ອ​ທຽບ​ກັບ​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ,ຊາວ​ເນັດ​ທີ່​ຊື້​ຂອງ​ຢູ່​ອິນ​ເຕີ​ເນັດ​ເລື້ອຍໆ​ໄດ້​ເພິ່ມ​ຂຶ້ນ50%.

ບົດ​ລາຍ​ງານ​ຍັງສະ​ແດງ​ໃຫ້​ເຫັນວ່າ,ອັດຕາ​ນັກຮຽນປະຖົມ​ແລະ​ມັດທະ​ຍົມ​ຂອງ​ຈີນນຳ​ໃຊ້​ອິນ​ເຕີ​ເນັດ​ຂອງ​ມີ​ຮອດ​15%ຂຶ້ນ​ໄປ,​ໃນ​ນັ້ນ,ອັກ​ຕາ​ດັ່ງກ່າວ​ຂອງ​ນັກຮຽນ​ມັດທະ​ຍົມຊັ້ນ​ປາຍ​ໄດ້​ມີ​ຮອດ​50%ຂຶ້ນ​ໄປ.